• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາບັນ​ດາ​ການ​ນຳ​ພັກ, ລັດ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ນີ້ແມ່ນບັນດາການນຳທີ່ສະຫຼາດສ່ອງໄສ, ມີກຳລັງຄວາມສາມາດ, ກ້າຄິດກ້າທຳ, ແມ່ນການນຳຫຼັກແຫຼ່ງຂອງພັກກອມມູນິດ ຫວຽດນາມ, ແມ່ນນັກການເມືອງ ທີ່ມີຄວາມສາມາດຂອງປະເທດຊາດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ໃຫ້ແກ່ທ່ານປະທານປະເທດ, ພົນເອກ ເລດຶກແອັງ. (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2022) ແລະ ກະກຽມການຕ້ອນຮັບບຸນເຕັດປະຈຳຊາດປີຂານ, ຕາມມູນເຊື້ອຂອງຊາດ, ໃນວັນທີ 23 – 24 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນ ອາໄລຫາບັນດາການນຳພັກ, ລັດ ທີ່ໄດ້ເສຍຊີວິດແລ້ວ.

ໂດຍອາໄລຫາທ່ານ ຫງວຽນວັນລິງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ (1914 - 1998), ທ່ານ ຫວໍຈິກົງ ປະທານສະພາແຫ່ງລັດ (1912 - 2011), ທ່ານປະທານປະເທດ, ພົນເອກ ເລດຶກແອັງ (1920 - 2019), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ນີ້ແມ່ນບັນດາການນຳທີ່ສະຫຼາດສ່ອງໄສ, ມີກຳລັງຄວາມສາມາດ, ກ້າຄິດກ້າທຳ, ແມ່ນການນຳຫຼັກແຫຼ່ງຂອງພັກກອມມູນິດ ຫວຽດນາມ, ແມ່ນນັກການເມືອງ ທີ່ມີຄວາມສາມາດຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ອີ​ຣານ ດຳ​ເນີນ​ການ​ເຈ​ລະ​ຈາ​ຄືນ​ໃໝ່​​ຢູ່ ສະ​ວິດ

ອາ​ເມ​ລິ​ກາ - ອີ​ຣານ ດຳ​ເນີນ​ການ​ເຈ​ລະ​ຈາ​ຄືນ​ໃໝ່​​ຢູ່ ສະ​ວິດ

ວັນ​ທີ 20 ມິ​ຖຸ​ນາ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ JD Vance ເດີນ​ທາງ​ໄປ​ຍັງ ສະ​ວິດ​ເພື່ອ​ເຈ​ລະ​ຈາ​ກັບ ອີ​ຣານ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຕິ​ສົງ​ຄາມ​ຢູ່​ຕາ​ເວັນ​ອອກ​ກາງ.

Top