ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາບັນ​ດາ​ການ​ນຳ​ພັກ, ລັດ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ນີ້ແມ່ນບັນດາການນຳທີ່ສະຫຼາດສ່ອງໄສ, ມີກຳລັງຄວາມສາມາດ, ກ້າຄິດກ້າທຳ, ແມ່ນການນຳຫຼັກແຫຼ່ງຂອງພັກກອມມູນິດ ຫວຽດນາມ, ແມ່ນນັກການເມືອງ ທີ່ມີຄວາມສາມາດຂອງປະເທດຊາດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ໃຫ້ແກ່ທ່ານປະທານປະເທດ, ພົນເອກ ເລດຶກແອັງ. (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2022) ແລະ ກະກຽມການຕ້ອນຮັບບຸນເຕັດປະຈຳຊາດປີຂານ, ຕາມມູນເຊື້ອຂອງຊາດ, ໃນວັນທີ 23 – 24 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນ ອາໄລຫາບັນດາການນຳພັກ, ລັດ ທີ່ໄດ້ເສຍຊີວິດແລ້ວ.

ໂດຍອາໄລຫາທ່ານ ຫງວຽນວັນລິງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ (1914 - 1998), ທ່ານ ຫວໍຈິກົງ ປະທານສະພາແຫ່ງລັດ (1912 - 2011), ທ່ານປະທານປະເທດ, ພົນເອກ ເລດຶກແອັງ (1920 - 2019), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ນີ້ແມ່ນບັນດາການນຳທີ່ສະຫຼາດສ່ອງໄສ, ມີກຳລັງຄວາມສາມາດ, ກ້າຄິດກ້າທຳ, ແມ່ນການນຳຫຼັກແຫຼ່ງຂອງພັກກອມມູນິດ ຫວຽດນາມ, ແມ່ນນັກການເມືອງ ທີ່ມີຄວາມສາມາດຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)


top