• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ພົບ​ປະ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລືຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ທີ່ການແລກປ່ຽນກັບຜູ້ຕາງໜ້າຂອງຄະນະຜູ້ແທນຈີນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງການເພີ່ມທະວີການພົວພັນຮ່ວມມືບະຫວ່າງ ຫວຽດນາມ ແລະ ຈີນ ນັບມື້ນັບເປັນປົກກະຕິ, ປອດໄສ, ແມ່ນປັດໄຈສຳຄັນຕໍ່ການພັດທະນາຂອງແຕ່ລະປະເທດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ: TTXVN)

ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ນິວຢອກ, ອາເມລິກາ, ວັນທີ 23 ກັນຍາ ຕາມເວລາ ນິວຢອກ, ທ່ານປະທານປະເທດ ໄດ້ມີການພົບປະກັບປະມຸກລັດ, ການນຳບາງປະເທດ.

ທີ່ການແລກປ່ຽນກັບຜູ້ຕາງໜ້າຂອງຄະນະຜູ້ແທນຈີນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງການເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຈີນ ນັບມື້ນັບເປັນປົກກະຕິ, ປອດໄສ, ແມ່ນປັດໄຈສຳຄັນຕໍ່ການພັດທະນາຂອງແຕ່ລະປະເທດ, ກໍ່ຄືປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ. ໂດຍແມ່ນ 2 ປະເທດບ້ານໃກ້ເຮືອນຄຽງ, ຫວຽດນາມ ແລະ ຈີນ ຄວນຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນແຫຼ່ງນ້ຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາຂຽວ.

ເມື່ອແລກປ່ຽນກັບຜູ້ຕາງໜ້າຂອງ ຄະນະຜູ້ແທນສະຫະພັນລັດເຊຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ. ທ່ານປະທານປະເທດ ໄດ້ຢັ້ງຢືນສິ່ງດັ່ງກ່າວໃນການໂອ້ລົມສົນທະນາ ກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນອະທິດກ່ອນ.

ໃນການແລກປ່ຽນກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken,  ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ໃນນັ້ນເສົາຄ້ຳຫຼັກຂອງການພົວພັນ ແມ່ນເສດຖະກິດ, ການຄ້າ ແລະ ການລົງທຶນ. ບົນຈິດໃຈນັ້ນ, ສອງປະເທດຄວນສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ສ້າງເງື່ອນໄຂສະດວກກ່ວາອີກ ເພື່ອໃຫ້ມີຫຼາຍກຸ່ມບໍລິສັດໃຫຍ່ຂອງ ອາເມລິກາ ລົງທຶນເຂົ້າ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ໃນໂອກາດຕ້ອນຮັບບຸນເຕັດ ແລະ ລະດູບານໃໝ່ປີມະເສັງ 2025, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈກຢາຍເງິນກ່ວາ 16 ຕື້ດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ” ສູນກາງ ໄປຍັງ ກອງທຶນ“ເພື່ອຄົນທຸກຍາກ” ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ

Top