• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ ແລະ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

ຕອນເຊົ້າວັນທີ 7 ກັນຍາ, ຢູ່ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ, ເນື່ອງໃນໂອກາດນີ້ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບການນຳບັນດາປະເທດ ແລະ ທ່ານເລຂາທິການໃຫຍ່ ສປຊ.
ທ່ານປະທານາທິບໍດີ ບັງກະລາເທດ Mohammed Shahabuddin ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ນາຍົກລັດຖະມົນຕີສອງທ່ານກໍເຫັນດີ ຖືວ່າ ສອງປະເທດຕ້ອງຕັ້ງໜ້າສົມທົບກັນ, ຈັດການຢ້ຽມຢາມຂັ້ນສູງໃນໄລຍະຈະມາເຖິງ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ປັບປຸງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຂົງເຂດເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.  

ໃນການພົບປະທ່ານປະທານາທິບໍດີ ບັງກະລາເທດ Mohammed Shahabuddin, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ Mohammed Shahabuddin ໄດ້ເຫັນດີສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ - ສັງຄົມ. ການນຳສອງທ່ານຢັ້ງຢືນ ຈະຕັ້ງໜ້າຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຂອງພາກພື້ນ ແລະ ສາກົນ.

ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການແລກປ່ຽນກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ແລະ ທ່ານປະທານາທິບໍດີ ສປຊ Antonio Guterres. ການນຳ 3 ທ່ານ ໄດ້ແບ່ງປັນກ່ຽວກັບຂໍ້ສັງເກດພື້ນຖານເສດຖະກິດໂລກ ເຊິ່ງພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ; ການແກ້ງແຍ້ງຍຸດທະສາດລະຫວ່າງປະເທດໃຫຍ່ນັບມື້ນັບສັບສົນ; ຈຸດຮ້ອນເຮັ່ງໃນພາກພື້ນ, ບັນຫາເຊື້ອຊາດຜິວພັນ, ສາສະໜາ…. ທີ່ເປັນສິ່ງທ້າທາຍໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.

ທີ່ການພົບປະກັບທ່ານປະທານາທິບໍດີ ຟິລິບປິນ, Marcos Jr, ສອງຝ່າຍກໍຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟິລິບປິນ. ທ່ານປະທານາທິບໍດີ ຟີລິບປິນ ຢັ້ງຢືນວ່າ ຈະໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຍົກເລີກບັດເຫຼືອ IUU  ຂອງ ຄະນະກຳມະການເອີຣົບ.

ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການພົບປະກັບທ່ານ Mark Brown ນາຍົກລັດຖະມົນຕີ ໝູ່ເກາະ Cook. 

ທີ່ການພົບປະ, ການນຳສອງທ່ານອີກຄັ້ງໜຶ່ງໄດ້ຕີລາຄາສູງເລື່ອງ ສອງຝ່າຍເຊັ່ນຖະແຫຼງການຮ່ວມໃນການສ້າງຕັ້ງການພົວພັນທາງການທູດໃນວັນທີ 26 ເມສາ ປີ 2022, ເປີດຫຼາຍກາລະໂອກາດໃຫ້ແກ່ການຮ່ວມມືສອງຝ່າຍ ໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ໃນໄລຍະຈະມາເຖິງ, ສອງຝ່າຍຈະຈັດສົ່ງຜູ້ແທນເຂົ້າຮ່ວມບັນດາກອງປະຊຸມສາກົນ ທີ່ຈະຈັດຂຶ້ນຢູ່ແຕ່ລະປະເທດຄື: ເວທີປາໄສສາກົນ ວ່າດ້ວຍສິນໃນນ້ຳຢູ່ ໝູ່ເກາະ Cook (12/2023) ແລະ ເວທີປາໄສສາກົນ ກ່ຽວກັບເຂົ້າສານ ຢູ່ ຫວຽດນາມ (ຄາດວ່າໃນທ້າຍປີ 2023).

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການປຶກສາຫາລືເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່. ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານວາລະປຶກສາຫາລື.

Top