ຕອນເຊົ້າວັນທີ 7 ກັນຍາ, ຢູ່ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ, ເນື່ອງໃນໂອກາດນີ້ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບການນຳບັນດາປະເທດ ແລະ ທ່ານເລຂາທິການໃຫຍ່ ສປຊ.
ທ່ານປະທານາທິບໍດີ ບັງກະລາເທດ Mohammed Shahabuddin ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ນາຍົກລັດຖະມົນຕີສອງທ່ານກໍເຫັນດີ ຖືວ່າ ສອງປະເທດຕ້ອງຕັ້ງໜ້າສົມທົບກັນ, ຈັດການຢ້ຽມຢາມຂັ້ນສູງໃນໄລຍະຈະມາເຖິງ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ປັບປຸງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຂົງເຂດເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
ໃນການພົບປະທ່ານປະທານາທິບໍດີ ບັງກະລາເທດ Mohammed Shahabuddin, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ Mohammed Shahabuddin ໄດ້ເຫັນດີສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ - ສັງຄົມ. ການນຳສອງທ່ານຢັ້ງຢືນ ຈະຕັ້ງໜ້າຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຂອງພາກພື້ນ ແລະ ສາກົນ.
ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການແລກປ່ຽນກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ແລະ ທ່ານປະທານາທິບໍດີ ສປຊ Antonio Guterres. ການນຳ 3 ທ່ານ ໄດ້ແບ່ງປັນກ່ຽວກັບຂໍ້ສັງເກດພື້ນຖານເສດຖະກິດໂລກ ເຊິ່ງພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ; ການແກ້ງແຍ້ງຍຸດທະສາດລະຫວ່າງປະເທດໃຫຍ່ນັບມື້ນັບສັບສົນ; ຈຸດຮ້ອນເຮັ່ງໃນພາກພື້ນ, ບັນຫາເຊື້ອຊາດຜິວພັນ, ສາສະໜາ…. ທີ່ເປັນສິ່ງທ້າທາຍໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.
ທີ່ການພົບປະກັບທ່ານປະທານາທິບໍດີ ຟິລິບປິນ, Marcos Jr, ສອງຝ່າຍກໍຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟິລິບປິນ. ທ່ານປະທານາທິບໍດີ ຟີລິບປິນ ຢັ້ງຢືນວ່າ ຈະໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຍົກເລີກບັດເຫຼືອ IUU ຂອງ ຄະນະກຳມະການເອີຣົບ.
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການພົບປະກັບທ່ານ Mark Brown ນາຍົກລັດຖະມົນຕີ ໝູ່ເກາະ Cook.
ທີ່ການພົບປະ, ການນຳສອງທ່ານອີກຄັ້ງໜຶ່ງໄດ້ຕີລາຄາສູງເລື່ອງ ສອງຝ່າຍເຊັ່ນຖະແຫຼງການຮ່ວມໃນການສ້າງຕັ້ງການພົວພັນທາງການທູດໃນວັນທີ 26 ເມສາ ປີ 2022, ເປີດຫຼາຍກາລະໂອກາດໃຫ້ແກ່ການຮ່ວມມືສອງຝ່າຍ ໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ໃນໄລຍະຈະມາເຖິງ, ສອງຝ່າຍຈະຈັດສົ່ງຜູ້ແທນເຂົ້າຮ່ວມບັນດາກອງປະຊຸມສາກົນ ທີ່ຈະຈັດຂຶ້ນຢູ່ແຕ່ລະປະເທດຄື: ເວທີປາໄສສາກົນ ວ່າດ້ວຍສິນໃນນ້ຳຢູ່ ໝູ່ເກາະ Cook (12/2023) ແລະ ເວທີປາໄສສາກົນ ກ່ຽວກັບເຂົ້າສານ ຢູ່ ຫວຽດນາມ (ຄາດວ່າໃນທ້າຍປີ 2023).