• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຊົມ​ເຊີຍ​ວິ​ສາ​ຫະ​ກິດ, ກອງ​​ທຶນ​ໃຫຍ່​ຂອງ ອົດ​ສະ​ຕາ​ລີ ເຂົ້າ​ມາລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ

ຫວຽດນາມ ຊົມເຊີຍບັນດາວິສາຫະກິດ, ກອງທຶນໃຫຍ່ຂອງ ອົດສະຕາລີ ເຂົ້າມາລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດຄື ພະລັງງານທົດແທນ, ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ການເງິນ - ການທະນາຄານ, ການສຶກສາ, ກະສິກຳເຕັກໂນໂລຢີສູງ, ຫັນປ່ຽນດີຈີຕອນ, ຂຸດຄົ້ນບໍ່ແຮ່, ກະສິກຳ, ການບິນ, ການທ່ອງທ່ຽວ…
  ການພົບປະກັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley  

ຕອນເຊົ້າວັນທີ 4 ເມເສາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການພົບປະກັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຊົມເຊີຍບັນດາວິສາຫະກິດ, ກອງທຶນໃຫຍ່ຂອງ ອົດສະຕາລີ ເຂົ້າມາລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດຄື ພະລັງງານທົດແທນ, ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ການເງິນ - ການທະນາຄານ, ການສຶກສາ, ກະສິກຳເຕັກໂນໂລຢີສູງ, ຫັນປ່ຽນດີຈີຕອນ, ຂຸດຄົ້ນບໍ່ແຮ່, ກະສິກຳ, ການບິນ, ການທ່ອງທ່ຽວ…

ສ່ວນທ່ານ David Hurley ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ຢັ້ງຢືນວ່າ ອົດສະຕາລີ ຈະໜູນຊ່ວຍ ຫວຽດນາມ ບັນລຸໄດ້ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດລົງເປັນ “0” ໃນປີ 2050; ສົມທົບກັບ ຫວຽດນາມ ແລະ ລາວ ຈັດເວທີປາໄສສົນທະນາຂັ້ນສູງ ອາຊຽນ - ອົດສະຕາລີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນພະລັງງານໃນປີນີ້.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຄຳເຊື້ອເຊີນມາຍັງທ່ານ ນາຍົກລັດຖະມົນຕີ ຄົນໃໝ່ຂອງ ອົດສະຕາລີ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເວລາທີ່ເໝາະສົມຂອງປີນີ້.

 

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top