• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ ສົ່ງ​ສານ​ອວຍພອນ​ເຖິງ​ການ​ນໍາ​ບັນດາ​ປະ​ເທດ ອາຊຽນ

 ເນື່ອງໃນໂອກາດ ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານ ອາຊຽນ ແລະ ປີໃໝ່ ສາກົນ 2020, ວັນທີ 01 ມັງກອນ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນປີໃໝ່ ເຖິງການນໍາບັນດາປະເທດ ອາຊຽນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  (ພາບປະກອບ: chinhphu.vn)

ໃນສານອວຍພອນ, ທ່ານ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປີ 2020 ຈະບໍ່່ສາມາດກີດຂວາງບັນດາປະເທດສະມາຊິກຂອງ ອາຊຽນ ມຸ່ງໄປສູ່ເປົ້າໝາຍລວມ: ນັ້ນແມ່ນ ສ້າງປະຊາຄົມ ອາຊຽນ ສາມັກຄີ, ເອກະພາບ, ສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ. ເພື່ອປະຕິບັດບັນດາເປົ້າໝາຍດັ່ງກ່າວໄດ້,  ປະຊາຄົມ ອາຊຽນທີ່ມີສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນປັດໄຈສໍາຄັນເພື່ອໃຫ້ບັນດາປະເທດ ອາຊຽນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈກັນສ້າງອະນາຄົດອັນສວຍສົດງົດງາມກວ່າໃຫ້ແກ່ປະຊາຄົມ ແລະ ປະຊາຊົນໃນພາກພື້ນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍຊີ້ແຈ້ງເຖິງ ບົດບາດຂອງ ປະທານ ອາຊຽນ 2020, ແມ່ນຫວຽດນາມ ປາດຖະໜາຢາກພ້ອມກັບບັນດາປະເທດ ຜັນຂະຫຍາຍບັນດາການເຄື່ອນໄຫວ, ຂໍ້ລິເລີ່ມຢ່າງລະອຽດ; ປັບປຸງຄວາມສາມັກຄີ; ຍູ້ແຮງການຮ່ວມສໍາພັນ ແລະ ການເຊື່ອມຕໍ່;  ເພີ່ມທະວີສີສັນ; ຊຸກຍູ້ການພົວພັນຕ່າງປະເທດ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງ ອາຊຽນ. ຫວຽດນາມ ປາດຖະໜາຢາກໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງຕັ້ງໜ້າຂອງບັນດາປະເທດ ອາຊຽນ ໃນການປະຕິບັດບັນດາຂໍ້ລິເລີ່ມດັ່ງກ່າວ; ພ້ອມທັງຫວັງວ່າ ບັນດາປະເທດສະມາຊິກ ຈະພ້ອມກັນຮ່ວມແຮງຮ່ວມໃຈກໍ່ສ້າງ ແລະ ເພີ່ມພູນຄູນສ້າງປະຊາຄົມ ອາຊຽນ ໃຫ້ມີການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ. 

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ຮອດປີ 2030, ກາເມົາ ຈະກາຍເປັນແຂວງພັດທະນາດີພໍສົມຄວນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມີລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝເທື່ອລະກ້າວ.

Top