• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ໄປນະຄອນ Busan, ສືບຕໍ່ການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ

ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃນທຸກຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ ໄດ້ ແລະ ພວມພັດທະນາໃນລະດັບສູງພໍສົມຄວນ.
ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານ Park Soo Kwan, ອະດີດຫົວໜ້າສະຖານກົງສູນກຽດຕິມະສັກ ຫວຽດນາມ ຢູ່ ສ.ເກົາຫຼີ (ພາບ: TTXVN)

ຕອນເຊົ້າວັນທີ 13 ສິງຫາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ເຊີອຸນ ໄປຢ້ຽມຢາມນະຄອນ Busan. ພາຍຫຼັງມາຮອດນະຄອນ Busan, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບທ່ານ Park Soo Kwan, ອະດີດຫົວໜ້າສະຖານກົງສູນກຽດຕິມະສັກ ຫວຽດນາມ ຢູ່ ສ.ເກົາຫຼີ.

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ຍ້ອນການໜູນຊ່ວຍຢ່າງຕັ້ງໜ້າຂອງລັດ ແລະ ປະຊາຊົນ 2 ປະເທດ, ບັນດາວິສາຫະກິດດີເດັ່ນຂອງ ສ.ເກົາຫຼີ, ໃນນັ້ນມີທ່ານ Park Soo Kwan ເອງ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃນທຸກຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ ໄດ້  ແລະ ພວມພັດທະນາໃນລະດັບສູງພໍສົມຄວນ. ທ່ານປາດຖະໜາວ່າ ທ່ານ Park Soo Kwan ສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ສະຖານກົງສູງສະຖານທູດ ຫວຽດນາມ ປະຈຳນະຄອນ Busan, ສ.ເກົາຫຼີ ໃນໄລຍະຈະມາເຖິງ.

ສ່ວນທ່ານ Park Soo Kwan ເຊື່ອໝັ້ນວ່າ, ການຮ່ວມມືຂອງ 2 ນະຄອນໃນໄລຍະຈະມາເຖິງ ຈະສືບຕໍ່ພັດທະນາ, ປະກອບສ່ວນຫຼາຍກວ່າເກົ່າໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ເໜີ 3 ຍຸດ​ທະ​ສາດປາຍ​ແຫຼມ ໃຫ້​ແກ່​ການ​ຮ່ວມ​ມື MLC ໃນ​ທົດ​ສະ​ວັດ​ທີ່ຈະ​ມາ​ເຖິງ

ຫວຽດ​ນາມ ສະ​ເໜີ 3 ຍຸດ​ທະ​ສາດປາຍ​ແຫຼມ ໃຫ້​ແກ່​ການ​ຮ່ວມ​ມື MLC ໃນ​ທົດ​ສະ​ວັດ​ທີ່ຈະ​ມາ​ເຖິງ

ກອງປະຊຸມ ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດສະມາຊິກ MLC, ລວມມີ: ໄທ, ລາວ, ກຳປູເຈຍ, ມຽນມາ, ຈີນ ແລະ ຫວຽດນາມ. ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

Top