• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະ, ອວຍພອນບຸນເຕັດພະນັກງານ, ລັດຖະກອນ, ຜູ້ອອກແຮງງານຫ້ອງວ່າການສູນກາງພັກ

ຫ້ອງວ່າການສູນກາງພັກ ໄດ້ຈັດການພົບປະ “ຊົມເຊີຍພັກ-ຊົມເຊີຍລະດູບານໃໝ່”, ອວຍພອນບຸນເຕັດພະນັກງານ, ລັດຖະກອນ, ຜູ້ອອກແຮງງານ ຫ້ອງວ່າການສູນກາງພັກ.
ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ອວຍພອນບຸນເຕັດພະນັກງານ, ລັດຖະກອນ, ຜູ້ອອກແຮງງານ ຫ້ອງວ່າການສູນກາງພັກ. (ພາບ: TTXVN)

ເນື່ອງໃນໂອກາດບຸນເຕັດປີຂານ 2022 ແລະ ສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2022), ຕອນບ່າຍວັນທີ 28 ມັງກອນ (ກົງກັບວັນທີ 26 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ຫ້ອງວ່າການສູນກາງພັກ ໄດ້ຈັດການພົບປະ “ຊົມເຊີຍພັກ-ຊົມເຊີຍລະດູບານໃໝ່”, ອວຍພອນບຸນເຕັດພະນັກງານ, ລັດຖະກອນ, ຜູ້ອອກແຮງງານ ຫ້ອງວ່າການສູນກາງພັກ. ການພົບປະໄດ້ຈັດຂຶ້ນແບບທາງໄກໂດຍມີການເຊື່ອມຕໍ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.

        ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງໝາກຜົນເຊິ່ງພະນັກງານ, ລັດຖະກອນຫ້ອງວ່າການສູນກາງພັກ ບັນລຸໄດ້ໃນວຽກງານເປັນເສນທິການ, ຮັບໃຊ້ວຽກງານຊີ້ນຳນຳພາຂອງສູນກາງພັກ, ກົມການເມືອງ, ຄະນະເລຂາ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ, ປີ 2022, ຫ້ອງວ່າການສູນກາງພັກ ສູ້ຊົນໃຫ້ບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກຢ່າງມີຄຸນນະພາບ, ປະສິດທິຜົນສູງກວ່າປີ 2021, ປະຕິບັດສຳເລັດໜ້າທີ່ເຊິ່ງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາເຊື່ອໝັ້ນມອບໝາຍໃຫ້. ເນື່ອງໃນໂອກາດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນໃຫ້ພະນັກງານ, ລັດຖະກອນ, ຜູ້ອອກແຮງງານ ແລະ ຄອບຄົວປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ຢູ່ດີມີແຮງ, ວັດທະຖາວອນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top