ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕ່າງປະເທດ
ຕອນບ່າຍວັນທີ 18 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານພິທີມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳຕ່າງປະເທດ.
ຕາມມະຕິຕົກລົງ, ທ່ານ ຟ້າມບິ່ງດ່າມ, ຫົວໜ້າກົມເລຂາທິການແຫ່ງຊາດ APEC 2027, ກະຊວງການຕ່າງປະເທດ ຫວຽດນາມ, ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳປະເທດສາທາລະນະລັດປະຊາທິປະໄຕ Timor-Leste. ທ່ານ ຫງວຽນວັນຮ້ຽວ, ຮອງຫົວໜ້າກົມຕາເວັນອອກກາງ-ອາຟຣິກາ, ກະຊວງການຕ່າງປະເທດ, ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສາທາລະນະລັດ ອັງໂກລາ, ທັງດຳລົງຕຳແໜ່ງປະຈຳສາທາລະນະລັດ ກົງໂກ, ສາທາລະນະລັດ ຊາມເບຍ, ສາທາລະນະລັດປະຊາທິປະໄຕ ກົງໂກ, ສາທາລະນະລັດ ກີເນຍ, ສາທາລະນະລັດປະຊາທິປະໄຕ Sao Tome ແລະ Principe, ແລະ ສາທາລະນະລັດ Cabo Verde.
ທີ່ການມອບຂໍ້ຕົກລົງແຕ່ງຕັ້ງ ແລະ ມອບໜ້າທີ່, ໂດຍຕາງໜ້າການນຳຂອງພັກ ແລະ ລັດ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຮຽກຮ້ອງໃຫ້ເອກອັກຄະລັດຖະທູດສອງທ່ານຈົ່ງປັບປຸງ, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ Timor-Leste, ອັງໂກລາ ແລະ ບັນດາປະເທດຄວບຕຳແໜ່ງ. ນີ້ແມ່ນສອງບໍລິເວນທີ່ສຳຄັນໃນສອງພາກພື້ນ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຍັງມີພື້ນທີ່ຮ່ວມມືກັນທີ່ໃຫຍ່ຫຼວງຢູ່.
“ຍາມໃດພັກ ແລະ ລັດກໍ່ມີຄວາມເອົາໃຈໃສ່ຕໍ່ການສ້າງລະບອບລະບຽບການ, ກົນໄກ, ນະໂຍບາຍ ແລະ ເງື່ອນໄຂເຄື່ອນໄຫວການຕ່າງປະເທດໃຫ້ສົມບູນແບບ. ແຕ່ປະສິດທິຜົນສຸດທ້າຍແມ່ນອີງໃສ່ການຈັດຕັ້ງປະຕິບັດ, ພິເສດແມ່ນບົດບາດຂອງບັນດາເອກອັກຄະລັດຖະທູດ - ຜູ້ຕາງໜ້າສູງສຸດຂອງປະເທດ ໃນວຽກງານການຕ່າງປະເທດແນວໜ້າ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄຸນນະທາດ, ກຳລັງຄວາມສາມາດຂອງຕົນ, ບັນດາສະຫາຍ ຈະປະຕິບັດສຳເລັດບັດໜ້າທີ່ຂອງຕົນ; ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ປົກປ້ອງຜົນປະໂຫຍດ ຂອງຊາດ, ຍາດແຍ່ງແຫຼ່ງກຳລັງ ແລະ ໂອກາດຢູ່ພາຍນອກ ແລະ ຍົກສູງຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ.”






