ວັນທີ 25 ພະຈິກ, ຢູ່ຕາແສງ ຮວ່ານກ໋ຽມ, ຮ່າໂນ້ຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງບັນດາຕາແສງຂຶ້ນກັບເຂດເລືອກຕັ້ງເລກ 1, ພາຍຫຼັງຈາກກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16.
ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໃຫ້ຮູ້ວ່າ ສະພາແຫ່ງຊາດໄດ້ຊັກຖາມກ່ຽວກັບບັນຫາການເງິນ ແລະ ວິທະຍາສາດ ເຕັກໂນໂລຊີ, ໄດ້ພິຈາລະນາໝາກຜົນການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ເມື່ອຕອບຄຳຖາມຂອງຜູ້ມີສິດເລືອກຕັ້ງກ່ຽວກັບຄວາມຄືບໜ້າການປະຕິບັດໂຄງການລົດໄຟຄວາມໄວສູງ ເໜືອ-ໃຕ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຊີ້ແຈ້ງວ່າ:
“ວັນທີ 06 ພະຈິກ, ຄະນະຄຸ້ມຄອງໂຄງການ ທັງລອງ ໄດ້ເປີດ ບ້ວງປະມູນການໃຫ້ຄຳປຶກສາສຳຫຼວດ, ສ້າງບົດລາຍງານຄວາມເປັນໄປໄດ້. ນັບແຕ່ຂັ້ນຕອນກະກຽມ, ລັດຖະບານ ຄິດໄລ່ແຫຼ່ງທຶນຕາມແຕ່ລະໄລຍະຢ່າງລະອຽດ. ຮ່າໂນ້ຍ ຕ້ອງກະກຽມທີ່ດິນຢ່າງວ່ອງໄວ, ແຈ້ງແຜນການ ແລະ ຄວາມຄືບໜ້າໃຫ້ບັນດາຄອບຄົວມີດິນຈະຖືກເກັບຄືນ ເພື່ອໃຫ້ພໍ່ແມ່ປະຊາຊົນສ້າງການດຳລົງຊີວິດເປັນປົກກະຕິ.”






