ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຮ່າໂນ້ຍ

ສະພາແຫ່ງຊາດໄດ້ຊັກຖາມກ່ຽວກັບບັນຫາການເງິນ ແລະ ວິທະຍາສາດ ເຕັກໂນໂລຊີ, ໄດ້ພິຈາລະນາໝາກຜົນການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.
  ທີ່ການພົບປະ (ພາບ: VNA)  

ວັນ​ທີ 25 ພະຈິກ, ຢ​ູ່​ຕາ​ແສງ ຮວ່ານກ໋ຽມ, ຮ່າໂນ້ຍ, ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ​ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ຄະນະ​ສະ​ມາ​ຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງບັນ​ດາ​ຕາ​ແ​ສງ​ຂຶ້ນ​ກັບ​ເຂດເລືອກຕັ້ງເລກ 1, ​ພາຍຫຼັງຈາກກອງປະຊຸມສະໄໝສາ​ມັນ​ເທື່ອທີ 2 ສະພາແຫ່ງຊາດ ຫວຽດ​ນາມ ຊຸດທີ 16.

ກ່າວຄຳເຫັນທີ່​ການ​ພົບ​ປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໃຫ້​ຮູ້ວ່າ ສະພາແຫ່ງຊາດໄດ້​ຊັກຖາມ​ກ່ຽວ​ກັບ​ບັນ​ຫາການເງິນ ແລະ ວິທະຍາສາດ ເຕັກໂນໂລຊີ, ໄດ້ພິ​ຈາ​ລະ​ນາ​ໝາກ​ຜົນ​ການແກ້ໄຂ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ເມື່ອຕອບຄຳຖາມຂອງຜູ້ມີສິດເລືອກຕັ້ງກ່ຽວກັບຄວາມຄືບໜ້າ​ການ​ປະ​ຕິ​ບັດ​ໂຄງ​ການລົດໄຟຄວາມໄວສູງ ເໜືອ-ໃຕ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຊີ້​ແຈ້ງວ່າ:

“ວັນທີ 06 ພະຈິກ, ຄະນະຄຸ້ມ​ຄອງໂຄງການ ທັງລອງ ໄດ້ເປີດ ບ້ວງປະມູນ​ການ​ໃຫ້​ຄຳ​ປຶກ​ສາສຳ​ຫຼວດ, ສ້າງ​ບົດ​ລາຍ​ງານຄວາມເປັນໄປໄດ້. ​ນັບ​ແຕ່​ຂັ້ນ​ຕອນກະກຽມ, ລັດຖະບານ ຄິດ​ໄລ່ແຫຼ່ງທຶນຕາມແຕ່ລະໄລຍະຢ່າງລະອຽດ. ຮ່າໂນ້ຍ ຕ້ອງກະກຽມທີ່​ດິນ​ຢ່າງວ່ອງໄວ, ແຈ້ງແຜນການ ແລະ ຄວາມຄືບໜ້າໃຫ້ບັນ​ດາຄອບ​ຄົວ​ມີດິນຈະ​ຖືກ​ເກັບ​ຄືນ ເພື່ອໃຫ້​ພໍ່​ແມ່ປະຊາຊົນ​ສ້າງການ​ດຳ​ລົງຊີວິດ​ເປັນ​ປົກ​ກະ​ຕິ.”


top