• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ຜັນຂະຫຍາຍຈິນຕະນາການຄວາມໝັ້ນຄົງທີ່ສ້າງສັນໃນການປ້ອງກັນ, ຕ້ານອາດຊະຍາກຳສິ່ງແວດລ້ອມໃຫ້ມີປະສິດທິຜົນ

ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຍ້ອງຍໍບັນດາຜົນງານຂອງກອງກຳລັງໃນໄລຍະ 20 ປີທີ່ຜ່ານມາ
  ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປ​ະ​ເທດ ໂຕເລີມ, ກ່າວຄຳເຫັນທີ່ພິທີ. (ພາບ: VNA)  

ຕອນເຊົ້າ​ວັນ​ທີ 29 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງຕຳ​ຫຼວດ​ ຫວຽດນາມ ໄດ້​ຈັດພິທີສະເຫຼີມສະຫຼອງ 20 ປີ​ແຫ່ງວັນ​ມູນ​ເຊື້ອກຳລັງຕຳຫຼວດປ້ອງກັນ, ຕ້ານອາດຊະຍາກຳສິ່ງແວດລ້ອມ (29 ພະຈິກ 2006 - 29 ພະຈິກ 2026) ແລະ ຮັບຫຼຽນໄຊວິ​ລະ​ກຳ ຊັ້ນໜຶ່ງ.

ໂດຍເຂົ້າຮ່ວມ ແລະ ກ່າວຄຳ​ເຫັນ​ທີ່​ພິ​ທີ, ​ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວ​ຽດ​ນາມ ໄດ້ຍ້ອງ​ຍໍ​ບັນ​ດາຜົນງານຂອງກອງກຳລັງໃນໄລຍະ 20 ປີທີ່ຜ່ານມາ, ພ້ອມທັງ​ເນັ້ນ​ໜັກ​ເຖິງຄວາມ​ຮຽ​ກ​ຮ້ອງຕ້ອງປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ໄປ​ສູ່​ການ​ເປັນ​ເຈົ້າ​ການ​ໃນ​ການ​ສະ​ກັດ​ກັ້ນ, ຄວບຄຸມຄວາມສ່ຽງ, ການກວດພົບ ແລະ ແກ້​ໄຂ​ແຕ່ໄກແຕ່​ໄວ; ​ເພີ່ມ​ທະ​ວີການຮ່ວມມືສາກົນໃນການ​ປ້ອງ​ກັນ, ຕ້ານ​ອາດຊະຍາກຳສິ່ງແວດລ້ອມຂ້າມຊາດ, ພິ​ເສດ​ແມ່ນ​ຢູ່​ເຂດອະນຸພາກພື້ນແມ່ນ້ຳຂອງ. ສຸມໃສ່ການສ້າງກຳລັງຕຳຫຼວດປ້ອງກັນ, ຕ້ານ​ອາດ​ຊະຍາກຳສິ່ງແວດລ້ອມ​ປະ​ຕິ​ວັດ...

​ເນື່ອງໃນໂອກາດນີ້, ກົມຕຳຫຼວດປ້ອງກັນ, ຕ້ານ​ອາດຊະຍາກຳສິ່ງແວດລ້ອມ ເປັນ​ກຽດໄດ້​ຮັບຫຼຽນໄຊວິ​ລະ​ກຳ ຊັ້ນໜຶ່ງ; ມີຫຼາຍ​ບຸກຄົນໄດ້ຮັບຫຼຽນໄຊວິ​ລະ​ກຳ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ລາວ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ CLMV-12 ແລະ ACMECS-11

ນາຍົກລັດຖະມົນຕີ ລາວ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ CLMV-12 ແລະ ACMECS-11

ທີ່ບັນດາການພົບປະ, ການນຳຂອງສອງປະເທດໄດ້ຢືນຢັນຄວາມສຳຄັນໃນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ ແລະ ລາວ

Top