ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ສ້າງກຳລັງຕຳຫຼວດປະຊາຊົນຕອບສະໜອງຄວາມຮຽກຮ້ອງໃນສະພາບການໃໝ່
ເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນ (20 ກໍລະກົດ 1962 – 20 ກໍລະກົດ 2026), ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ ຮ່າໂນ້ຍ ອົງຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດການພົບປະການນຳ, ຜູ້ບັນຊາການ, ພະນັກງານອາວຸໂສ, ຜູ້ຕາງໜ້າຕຳຫຼວດເສຍອົງຄະລຸ້ນຕ່າງໆໃນກຳລັງຕຳຫຼວດປະຊາຊົນ.
ທີ່ການພົບປະ, ໂດຍຕາງໜ້າພັກ, ລັດ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ສະເໜີໃຫ້ກຳລັງຕຳຫຼວດປະຊາຊົນ, ການນຳລຸ້ນຕ່າງໆ, ຜູ້ບັນຊາການຂັ້ນສູງຂອງກຳລັງຕຳຫຼວດປະຊາຊົນຜ່ານສະໄໝຕ່າງໆ ສຸມໃສ່ໃຫ້ຄຳປຶກສາ, ເປັນແກ່ນສານເພື່ອປະຕິບັດການສ້າງສັງຄົມມີລະບຽບວິໄນ, ສີວິໄລ, ພັດທະນາ. ທ່ານຮຽກຮ້ອງໃຫ້ກຳລັງຕຳຫຼວດປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ກະທັດລັດ, ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງ, ໜ້າທີ່ໃນສະພາບການໃໝ່; ພ້ອມແລ້ວທີ່ຈະຕໍ່ສູ້, ໄຊຊະນະ ແລະ ເສຍສະຫຼະຊີວິດເພື່ອຄວາມຫງົບສຸກ, ຄວາມຜາສຸກຂອງປະຊາຊົນ.






