ທ່ານພົນເອກ ຟ້ານວັນຢາງ ສະເໜີໃຫ້ໝູ່ຄະນະພະນັກງານ, ພາລະກອນ ເສີມຂະຫຍາຍມູນເຊື້ອ, ຍົກສູງຄຸນນະພາບການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ
ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ (ພາບ: qdnd.vn)
ວັນທີ 18 ກໍລະກົດ, ຄະນະປະຕິບັດງານສູນກາງ ໂດຍທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຜູ້ແທນ, ໄປມອບຂອງຂວັນຢູ່ສູນເບິ່ງແຍງດູແລທະຫານເສຍອົງຄະ ຍໍກວານ, ຂຶ້ນກັບສູນເບິ່ງແຍງດູແລຜູ້ມີຄຸນງາມຄວາມດີແຂວງ ນິງບິ່ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2026).
ທີ່ການຢ້ຽມຢາມ, ທ່ານພົນເອກ ຟ້ານວັນຢາງ ສະເໜີໃຫ້ໝູ່ຄະນະພະນັກງານ, ພາລະກອນ ເສີມຂະຫຍາຍມູນເຊື້ອ, ຍົກສູງຄຸນນະພາບການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ; ພ້ອມກັນນັ້ນປາດຖະໜາວ່າ ບັນດາທະຫານເສຍອົງຄະ, ທະຫານເຈັບປວຍຈົ່ງຮັກສາສຸຂະພາບ, ໄຊຊະນະຕໍ່ພະຍາດ, ສືບຕໍ່ແມ່ນແບບຢ່າງໃຫ້ແກ່ລຸ້ນໜຸ່ມຮ່ຳຮຽນຕາມ. ທ່ານພົນເອກເນັ້ນໜັກວ່າ ມູນເຊື້ອ, ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ໃນຊຸມປີຜ່ານມາ, ພ້ອມກັບການພັດທະນາຂອງປະເທດຊາດ, ພັກ, ລັດ, ຄະນະພັກການທະຫານສູນກາງ (ກະຊວງປ້ອງກັນປະເທດ) ໄດ້ ແລະ ພວມມີຫຼາຍແຜນນະໂຍບາຍ, ນະໂຍບາຍບຸລິມະສິດເພື່ອເບິ່ງແຍງດູແລໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດໃຫ້ນັບມື້ນັບເປັນຢ່າງດີກວ່າ.
(ແຫຼ່ງຄັດຈາກ VOV)