ຕອນເຊົ້າວັນທີ 17 ກໍລະກົດ, ຄະນະກຳມະການປະຊາຊົນແຂວງ ລາວກາຍ ຈັດກອງປະຊຸມສົ່ງເສີມການລົງທຶນແຂວງ ລາວກາຍ ປີ 2026 ດ້ວຍຫົວຂໍ້ “ລາວກາຍ - ເຊື່ອມຕໍ່ພັດທະນາ - ສີຂຽວ ແລະ ຍືນຍົງ”, ແນໃສ່ແນະນຳກຳລັງບົ່ມຊ້ອນ, ທ່າໄດ້ປຽບ, ບັນດາໂອກາດລົງທຶນທີ່ດູດດື່ມໃນບໍລິເວນແຂວງ.
ທ່ານ ເຢືອງກວັກຮຸຍ ເລຂາຄະນະພັກແຂວງ ລາວກາຍ ກ່າວຄຳເຫັນໃນກອງປະຊຸມ (ພາບ: VNA)
ເຂົ້າຮ່ວມ ແລະ ຊີ້ນຳທີ່ກອງປະຊຸມ, ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ສະເໜີວ່າ ປະຊາຄົມວິສາຫະກິດ ຄົ້ນຄວ້າ, ລົງທຶນເຂົ້າ 5 ຂົງເຂດປາຍແຫຼມ ເຊິ່ງທ້ອງຖິ່ນມີທ່າໄດ້ປຽບຢ່າງມີປະສິດທິຜົນ, ຄື: ພັດທະນາພື້ນຖານໂຄງລ່າງການບໍລິການ logistics ແລະ ເສດຖະກິດດ່ານຊາຍແດນ; ອຸດສາຫະກຳປຸງແຕ່ງເລິກ ແລະ ພະລັງງານທົດແທນ; ການບໍລິການທ່ອງທ່ຽວລະດັບສາກົນ ແລະ ອຸດສາຫະກຳວັດທະນະທຳ; ພັດທະນາກະສິກຳຊີວະພາບທີ່ໝູນໃຊ້ເຕັກໂນໂລຢີສູງ; ພັດທະນາຕົວເມືອງ, ການບໍລິການພັກເຊົ່າທີ່ທັນສະໄໝ, ສ້າງຊົນນະບົດໃໝ່ຢ່າງມີສີສັນ.
ສ່ວນທ່ານ ເຢືອງກວັກຮຸຍ ເລຂາຄະນະພັກແຂວງ ລາວກາຍ ໃຫ້ຄຳໝັ້ນສັນຍາວ່າ:
“ດ້ວຍທັດສະນະສະເໝີຕົ້ນສະເໝີປາຍ “ຜົນສຳເລັດຂອງວິສາຫະກິດ ແມ່ນຜົນສຳເລັດຂອງທ້ອງຖິ່ນ” ແລະ ທິດນຳ “ວິສາຫະກິດຈະເລີນເຕີບໂຕ - ລາວກາຍ ພັດທະນາ”, ພວກຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາສ້າງສະພາບແວດລ້ອມລົງທຶນທີ່ຈະແຈ້ງ, ມີສະຖຽນລະພາບ, ມີຄວາມປອດໄພ, ສະດວກ, ເພື່ອໃຫ້ນັກລົງທຶນແຕ່ລະຄົນ ເມື່ອມາ ລາວກາຍ ລ້ວນແຕ່ຮູ້ສຶກໄດ້ເຖິງການຮ່ວມເດີນທາງດ້ວຍການກະທຳ, ການໃຫ້ຄຳໝັ້ນສັນຍາດ້ວຍໝາກຜົນ ແລະ ຄວາມໄວ້ເນື້ອເຊື່ອໃຈ ດ້ວຍບັນດາຄຸນຄ່າທີ່ໄດ້ສ້າງຕັ້ງມາແຕ່ດົນນານ”.
(ແຫຼ່ງຄັດຈາກ VOV)