ປະຊາຊົນ ຫວຽດນາມ, ພັກກອມມູນິດ ຫວຽດນາມ ບໍ່ມີວັນລື່ມບຸກຄົນທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ, ເພື່ອຊາດ, ນັ້ນແມ່ນຫຼັກສິນທຳ ແລະ ມູນເຊື້ອວັດທະນະທຳຂອງ ຫວຽດນາມ.
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ລົງຢ້ຽມຢາມໃຫ້ກຳລັງໃຈບັນດາກຳລັງທີ່ພວມປະຕິບັດໜ້າທີ່ຊອກຫາ, ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ສວນສາທາລະນະ ເລທິຣຽງ, ນະຄອນ ໂຮ່ຈີມິນ (ພາບ: VNA)
ສຳລັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ວຽກງານຊອກຫາ, ເຕົ້າໂຮມ, ຢັ້ງຢືນຊື່ ແລະ ນາມສະກຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນໜ້າທີ່ອັນສັກສິດຕໍ່ປະເທດຊາດ, ຕໍ່ປະຊາຊົນ; ແມ່ນມະໂນທຳ, ຄວາມມຸ່ງມາດປາດຖະໜາຂອງຊາວ ຫວຽດນາມ ແຕ່ລະຄົນ. ປະຊາຊົນ ຫວຽດນາມ, ພັກກອມມູນິດ ຫວຽດນາມ ບໍ່ມີວັນລື່ມບຸກຄົນທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ, ເພື່ອຊາດ, ນັ້ນແມ່ນຫຼັກສິນທຳ ແລະ ມູນເຊື້ອວັດທະນະທຳຂອງ ຫວຽດນາມ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເມື່ອໄປຢ້ຽມຢາມໃຫ້ກຳລັງໃຈບັນດາກຳລັງທີ່ພວມປະຕິບັດໜ້າທີ່ຊອກຫາ, ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ສວນສາທາລະນະ ເລທິຣຽງ, ນະຄອນ ໂຮ່ຈີມິນ, ໃນຕອນບ່າຍວັນທີ 17 ກໍລະກົດ. ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຖະຫວາຍທູບທຽນຢູ່ເຂດຂຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ສວນສາທາລະນະ ເລທິຣຽງ (ພາບ: VNA)
ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງບັນດາໜ້າທີ່ຈຸດສຸມຂອງກຳລັງຕ່າງໆໃນໄລຍະຈະມາເຖິງ. ທ່ານກ່າວວ່າ:
“ນະຄອນ ໂຮ່ຈີມິນ ຕ້ອງສືບຕໍ່ຖືນີ້ແມ່ນໜ້າທີ່ການເມືອງທີ່ມີຄວາມສຳຄັນເປັນພິເສດ; ລະດົມກຳລັງແຮງຂອງທັງລະບົບການເມືອງ, ບັນດານັກວິທະຍາສາດ, ພະຍານຫຼັກຖານປະຫວັດສາດ ແລະ ປະຊາຊົນ; ເປີດກວ້າງການສຳຫຼວດກວດຄືນບັນດາສະຖານທີ່ທັງໝົດທີ່ອາດຈະມີອັດຖິນັກຮົບເສຍສະຫຼະຊີວິດໃນບໍລິເວນນະຄອນ. ກອງບັນຊາການທະຫານເຂດ 7, ກອງບັນຊາການທະຫານນະຄອນ ໂຮ່ຈີມິນ, ຄະນະກຳມະການປະຊາຊົນນະຄອນ ຕ້ອງເສີມຂະຫຍາຍບົດບາດແກ່ນສານ, ສົມທົບກັບບັນດາທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອຍູ້ໄວຄວາມຄືບໜ້າຊອກຫາ, ເຕົ້າໂຮມ ແລະ ຢັ້ງຢືນຊື່ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດໃນທົ່ວເຂດການທະຫານ”.
(ແຫຼງຄັດຈາກ VOV)