ຂ່າວສານ

ວ​ຽກ​ງານ​ຊອກ​ຫາ, ເຕົ້າ​ໂຮມ, ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ແມ່ນ​ໜ້າ​ທີ່​ອັນ​ສັກ​ສິດ​ຕໍ່​ປ​ະ​ເທດ​ຊາດ, ຕໍ່​ປະ​ຊາ​ຊົນ

ປະ​ຊາ​ຊົນ ຫວຽດ​ນາມ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ບໍ່​ມີ​ວັນ​ລື່ມ​ບຸກ​ຄົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ຊາດ, ນັ້ນ​ແມ່ນຫຼັກ​ສິນ​ທຳ ແລະ ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ.
  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ລົງ​ຢ້ຽມ​ຢາມ​ໃຫ້​ກຳ​ລັງ​ໃຈ​ບັນ​ດາ​ກຳ​ລັງ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຊອກ​ຫາ, ເຕົ້າ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ, ນະ​ຄອນ ໂຮ່​ຈີ​ມິນ​ (ພາບ: VNA)  
ສຳ​ລັບ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ, ວຽກ​ງານ​ຊອກ​ຫາ, ເຕົ້າ​ໂຮມ, ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແມ່ນ​ໜ້າ​ທີ່​ອັນ​ສັກ​ສິດ​ຕໍ່​ປະ​ເທດ​ຊາດ, ຕໍ່​ປະ​ຊາ​ຊົນ; ແມ່ນມະ​ໂນ​ທຳ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຊາວ ຫວຽດ​ນາມ ແຕ່​ລະ​ຄົນ. ປະ​ຊາ​ຊົນ ຫວຽດ​ນາມ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ບໍ່​ມີ​ວັນ​ລື່ມ​ບຸກ​ຄົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ຊາດ, ນັ້ນ​ແມ່ນຫຼັກ​ສິນ​ທຳ ແລະ ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ. ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ເມື່ອ​ໄປ​ຢ້ຽມ​ຢາມ​ໃຫ້​ກຳ​ລັງ​ໃຈ​ບັນ​ດາ​ກຳ​ລັງ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຊອກ​ຫາ, ເຕົ້າ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ, ນະ​ຄອນ ໂຮ່​ຈີ​ມິນ, ໃນ​ຕອນ​ບ່າຍ​ວັນ​ທີ 17 ກໍ​ລະ​ກົດ.
 
  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຖະ​ຫວາຍ​ທູບ​ທຽນ​ຢູ່​ເຂດ​ຂຸດ​ຄົ້ນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ​ (ພາບ: VNA)  
ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ກຳ​ລັງ​ຕ່າງໆ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ກ່າວ​ວ່າ:

“ນະ​ຄອນ ໂຮ່​ຈີ​ມິນ ຕ້ອງ​ສືບ​ຕໍ່​ຖື​ນີ້​ແມ່ນ​ໜ້າ​ທີ່​ການ​ເມືອງ​ທີ່​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ; ລະ​ດົມ​ກຳ​ລັງ​ແຮງ​ຂອງ​ທັງ​ລະ​ບົບ​ການ​ເມືອງ, ບັນ​ດາ​ນັກ​ວິ​ທະ​ຍ​າ​ສາດ, ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ​ ປະ​ຊາ​ຊົນ; ເປີດກວ້າງ​ການ​ສຳຫຼວດກວດ​ຄືນ​ບັນ​ດາ​ສະ​ຖານ​ທີ່​ທັງ​ໝົດ​ທີ່ອ​າດ​ຈະ​ມີ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ໃນ​ບໍ​ລິ​ເວນ​ນະ​ຄອນ. ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 7, ກອງ​ບັນ​ຊາ​ການ​ທະ​ຫານ​ນະ​ຄອນ ໂຮ່​ຈີ​ມິນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ແກ່ນ​ສານ, ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ຊອກ​ຫາ, ເຕົ້າ​ໂຮມ ແລະ ຢັ້ງ​ຢືນ​ຊື່​ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ໃນ​ທົ່ວ​ເຂດ​ການ​ທະ​ຫານ​”.


top