• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີມ​ດົ່ງ​ ຮີບ​ເຮັ່ງ​ຜັນ​ຂະ​ຫຍາຍ​ການ​ເກັບ​ຕົວ​ຢ່າງ​ທາງ​ຊີ​ວະ​ສາດເພື່ອ​ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

ໂດຍ​ປະ​ຕິ​ບັດ​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ ຍູ້​ແຮງ​ການ​ຊອກ​ຫາ, ເຕົ້ມ​ເຕົ້າ​ໂຮມ ແລະ ຢັ້ງ​ຢືນ​ຊື່, ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ແຂວງ ເລິມ​ດົງ​ ພວມ​ຮີບ​ເຮັ່ງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ເກັບ​ຕົວ​ຢ່າງ​​ທາງ​ຊີ​ວະ​ສາດຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ໃນ​ບໍ​ລິ​ເວນ ເພື່ອ​ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ຂອງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ.
  ການ​ເກັບ​ຕົວ​ຢ່າງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ດ່າ​ລາດ, ເລິມ​ດົ່ງ​ (ພາບ: VNA)  

ປັດ​ຈຸ​ບັນ​ນີ້, ແຂວງ ເລິມ​ດົ່ງ​ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ການ​ເກັບ​ຕົວ​ຢ່າງ​ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິ​ດ 9 ແຫ່ງ​ໃນ​ຈຳ​ນວນ​ທັງ​ໝົດ 11 ແຫ່ງ. ຄາດ​ວ່າ, ວຽກ​ງານ​ນີ້​ຈະ​ປະ​ຕິ​ບັດ​ສຳ​ເລັດ​ໃນ​ວັນ​ທີ 19 ກໍ​ລະ​ກົດ, ຫຼັງ​ຈາກ​ນັ້ນ, ບັນ​ດາ​ຫົວ​ໜ່ວຍ​ຈະຍ້າຍ​ໄປ​ປະ​ຕິ​ບັດ​ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ແຂວງ ບິ່ງ​ທ້ວນ ເກົ່າ ດ້ວຍ​ຈຳ​ນວນ​ ກວ່າ 3.400 ຂຸມ​ຝັງ​ສົບ​ທີ່​ຕ້ອງ​ເກັບຕົວ​ຢ່າງ. ທ່ານ​ພັ​ນ​ໂທ ເຈິ່ນ​ແທັງ​ເຊີນ, ຮອງ​ຫົວ​ໜ້າ​ການ​ເມືອງກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ເລິມ​ດົ່ງ, ສະ​ມາ​ຊິກ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ຊອກ​ຫາ, ເຕົ້າ​ໂຮມ ແລະ ຢັ້ງ​ຢືນ​ຊື່, ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ຂອງ ແຂວງ (ຄະ​ນະ​ຊີ້​ນຳ 515) ໃຫ້​ຮູ້​ວ່າ:

“ເລີມ​ດົ່ງ​ ຕັດ​ສິນ​ໃຈ​ຜັນ​ຂະ​ຫຍາຍ​ບັນ​ດາ​ກຳ​ລັງ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ເກັບ​ຕົວ​ຢ່າງ​ກ່ອນ​ວັນ​ທີ 15 ພະ​ຈິກ 2026. ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ຂຸດ​ຄົ້ນເພື່ອ​ເກັບ​ຕົວ​ຢ່າງ​ຢັ້ງ​ຢືນ AND, ພ້ອມ​ດຽວ​ກັນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ກໍ່ຈະ​ຜັນ​ຂະ​ຫຍາຍ​ແຜນ​ການ​ເກັບ​ກຳ​ຂໍ້​ມູນ​ເພື່ອ​ຊອກ​ຫາ​ເຕົ້າ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ”.

ນັບ​ແຕ່​ວັນ​ທີ 18 – 21 ກໍ​ລະ​ກົດ, ແຂວງ ຢາ​ລາຍ ກໍໄດ້​ຈັດ​ບັ້ນ​ເຄື່ອນ​ໄຫວ​ເກັບ​ຕົວ​ຢ່າງ ADN ໃຫ້​ແກ່​ຍາດ​ພີ່​ນ້ອງ​ນັກ​ຮົບ​ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນຊື່ - ນາມ​ສະ​ກຸນໄດ້​ໃນ​ຂອບ​ເຂດ​ທົ່ວ​ແຂວງ.

(ແຫຼງຄັດຈາກ VOV)

ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ ປີ 2026

ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ ປີ 2026

ງານ​ຕ​ະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ 2026 (VIETLAO – EXPO 2026) ພວມ​ດຳ​ເນີນ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ລາວ ນັບ​ແຕ່​ນີ້​ຮອດ​ວັນ​ທີ 20 ກໍ​ລະ​ກົດ​.

Top