ໂດຍສືບຕໍ່ວາລະປະຊຸມຄັ້ງທີ 4, ຢູ່ຫໍປະຊຸມສະພາແຫ່ງຊາດ, ຕອນເຊົ້າວັນທີ 17 ກໍລະກົດ, ຄະນະກຳມະການຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ (ສະບັບປັບປຸງ).
ຮ່າງປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ (ສະບັບປັບປຸງ) ລວມມີ 499 ມາດຕາ, ເພີ່ມຂຶ້ນ 7 ມາດຕາ ເມື່ອທຽບໃສ່ປະມວນກົດໝາຍສະບັບປັດຈຸບັນ. ໃນນັ້ນ ເພີ່ມເຕີມ 12 ມາດຕາໃໝ່, ປັບປຸງ, ເພີ່ມເຕີມ 79 ມາດຕາ ແລະ ຍົກເລີກ 5 ມາດຕາ. ເມື່ອກ່າວຄຳເຫັນສະຫຼຸບວາລະປະຊຸມ, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຊີ້ແຈ້ງວ່າ:
“ສືບຕໍ່ສ້າງປະມວນກົດໝາຍໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມວິສາມັນຄັ້ງທີ 1. ພ້ອມດຽວກັນນັ້ນ, ສຳຫຼວດກວດຄືນຂໍ້ກຳນົດໃນຮ່າງປະມວນກົດໝາຍໃຫ້ຮັບປະກັນຄວາມສອດຄ່ອງກັບສົນທິສັນຍາສາກົນ ທີ່ກ່ຽວຂ້ອງ ແລະ ລັດຖະທຳມະນຸນ ປີ 2013 (ສະບັບປັບປຸງ). ຕ້ອງສືບຕໍ່ສຳຫຼວດກວດຄືນເພື່ອຮັບປະກັນຄວາມເປັນເອກະພາບ, ຄວາມສອດຄ່ອງ, ຄົບຊຸດກັບປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ກັບບັນດາຂໍ້ກຳນົດໃໝ່ຂອງປະມວນກົດໝາຍວ່າດ້ວຍອາຍາ ແລະ ກົດໝາຍສະບັບອື່ນໆທີ່ກ່ຽວຂ້ອງ.”
(ແຫຼງຄັດຈາກ VOV)