• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ທະເລ ແຄັງຮວ່າ 2026: ໂຄສະນາພາບພົດປະເທດຊາດ, ຊຸກຍູ້ການທ່ອງທ່ຽວ, ເສດຖະກິດທະເລ ແລະ ເຊື່ອມໂຍງເຂົ້າກັບສາກົນ

Festival ທະເລ ແຄັງຮວ່າ 2026 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 17 ກໍລະກົດ, ຢູ່ຕາແສງ ຍາຈາງ, ແຂວງ ແຄັງຮວ່າ.
ທ່ານນາງຮອງປະທານປະເທດ ວໍທິແອັງຊວັນ, ກ່າວຄຳເຫັນທີ່ພິທີ. (ພາບ: VNA)

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ວໍ​ທິ​ແອັງ​ຊວັນ, ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຢືນ​ຢັນ​ວ່າ ກວ່າ 2 ທົດ​ສະ​ວັດ ດ້ວຍ​ການ​ຈັດ Festival ເປັນ 10 ຄັ້ງ​ທີ່​ບັນ​ລຸ​ຜົນ​ສຳ​ເລັດ​ນັ້ນ, Festival ທະ​ເລ ແຄັງ​ຮ​ວ່າ ໄດ້​ກາຍ​ເປັນ​ເຫດ​ການ​ດ້ານ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ ແລະ ການ​ຕ່າງ​ປະ​ເທດ​ທີ່​ມີ​ຕວາມ​ໝາຍ​ລະ​ດັບ​ຊາດ. Festival ປະ​ກອບ​ສ່ວ​ນ​ເຊີດ​ຊູ​ວັດ​ທະ​ນະ​ທຳ​ທະ​ເລ, ໝູ່​ເກາະ ຫວຽດ​ນາມ, ໂຄ​ສະ​ນາ​ພາບ​ພົບ​ດ​ຂອງ ຫວຽດ​ນາມ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ, ເສດ​ຖະ​ກິດ​ທະ​ເລ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ວໍ​ທິ​ແອັງ​ຊວັນ ສະ​ເໜີ​ວ່າ:

“ຕ້ອງ​ນຳ​ໜ້າ​ປະ​ຕິ​ບັດ​ການ​ຫັນ​​ເປັນ​ສີ​ຂຽວສຳ​ລັບ​ເສດ​ຖະ​ກິດ​ທະ​ເລ. ສົມ​ທົບ​ກັນ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ການ​ຂຸດ​ຄົ້ນ ແລະ ການ​ອະ​ນຸ​ລັກ​ຮັກ​ສາ, ລະ​ຫວ່າງ​ການ​ຄຸ້ມ​ຄອງ ແລະ ນຳ​ໃຊ້​ແຫຼ່ງ​ຊັບ​ພະ​ຍາ​ກອນ, ເຂດ​ທະ​ເລ​ໃຫ້​ມີ​ປະ​ສິ​ດ​ທິ​ຜົນ, ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້​ອມ, ລະ​ບົບ​ຊີ​ວະ​ພາບ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ພິ​ເສດ, ສ້າງ​ການ​ທ່ອງ​ທ່ຽ​ວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ; ຍູ້​ແຮງ​ການ​ເຊື່ອມ​ຕໍ່​ເຂດ, ເປີດກວ້າງ​ການ​ຮ່ວມ​ມື​ກັບ​ສາ​ກົນ ແລະ ຢັ້ງຢືນ​​ເຄື່ອງ​ໝາຍ​ການ​ຄ້າ​ທ່ອງ​ທ່ຽວ​ທະ​ເລ ຫວຽດ​ນາມ ໃນ​ແຜນ​ທີ​ໂລກ”.

ລາຍ​ການ​ໄດ້​ຈັດ​ຂຶ້ນໃນ​ເວ​ລາ​ປະ​ມານ 80 ນາ​ທີ, ໂດຍ​ໄດ້​ເຕົ້າ​ໂຮມ​ນັກ​ສິ​ລະ​ປິນ, ນັກ​ສະ​ແດງ​ກວ່າ 600 ຄົນ​ຂອງ ຫວຽດ​ນາມ ແລະ ຂອງ​ບັນ​ດາ​ຄະ​ນະ​ນັກ​ສະ​ແດງ​ສິ​ລະ​ປະ​ທີ່​ມາ​ຈາກ ລາວ ແລະ ສ.ເກົາ​ຫຼີ.

(ແຫຼ່ງຄັດຈາກ VOV)

ລັດເອົາໃຈໃສ່, ເບິ່ງແຍງດູແລໃຫ້ແກ່ທະຫານເສຍອົງຄະ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ລັດເອົາໃຈໃສ່, ເບິ່ງແຍງດູແລໃຫ້ແກ່ທະຫານເສຍອົງຄະ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ທ່ານພົນເອກ ຟ້ານວັນຢາງ ສະເໜີໃຫ້ໝູ່ຄະນະພະນັກງານ, ພາລະກອນ ເສີມຂະຫຍາຍມູນເຊື້ອ, ຍົກສູງຄຸນນະພາບການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ

Top