• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນເຈົ້າພາບພິທີຕ້ອນຮັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind

ໂດຍໄດ້ຮັບຄໍາເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານາທິບໍດີອິນເດຍ Ram Nath Kovind ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງອິນເດຍ ໄດ້ມາຮອດຮ່າໂນ້ຍ, ປະຕິບັດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 18 – 20 ພະຈິກ 2018.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະທ່ານປະທານາທິບໍດີອິນເດຍ Ram Nath Kovind

ຕອນເຊົ້າວັນທີ 20 ພະຈິກ, ພິທີຕ້ອນຮັບຢ່າງເປັນທາງການ ທ່ານປະທານາທິບໍດີອິນເດຍ Ram Nath Kovind ພ້ອມດ້ວຍພັນລະຍາ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ທໍານຽບປະທານປະເທດຫວຽດນາມ ຕາມພິທີການສູງສຸດ ເຊິ່ງສະຫງວນໃຫ້ປະມຸກລັດ.  ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ ໄດ້ເປັນເຈົ້າພາບ ພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ມີການເຈລະຈາກັບທ່ານ ທ່ານປະທານາທິບໍດີອິນເດຍ Ram Nath Kovind.

        ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທໍາອິດຂອງ ທ່ານປະທານາທິບໍດີອິນເດຍ Ram Nath Kovind ແລະກໍແມ່ນການມາຢ້ຽມຢາມພາກພື້ນອາຊີເປັນຄັ້ງທໍາອິດຂອງທ່ານ ນັບແຕ່ເມື່ອຮັບດໍາລົງຕໍາແໜ່ງເປັນປະທານາທິບໍດີ ໃນເດືອນ ກໍລະກົດ 2018. ການຢ້ຽມຢາມແມ່ນມີຄວາມໝາຍສໍາຄັນໃນເລື່ອງສືບຕໍ່ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຫວຽດນາມ - ອິນເດຍ ເຊິ່ງພວມຢູ່ໃນທ່າພັດທະນາຢ່າງດີງາມ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ໃນ 8 ວັນຢູ່ ອາເມລິກາ ແລະ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນ, ຕໍ່ເນື່ອງ ດ້ວຍ ກ່ວາ 70 ການເຄື່ອນໄຫວ ຢູ່ 5 ນະຄອນ

Top