• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີເຊີດຊູ ແລະ ມອບລາງວັນທ່ອງທ່ຽວຫວຽດນາມ 2019

ຕອນຄໍ່າວັນທີ 15 ກໍລະກົດ, ຢູ່່ຮ່າໂນ້ຍ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດຕັ້ງພິທີເຊີດຊູ ແລະ ມອບລາງວັນທ່ອງທ່ຽວຫວຽດນາມ ປີ 2019.

ພິທີເຊີດຊູ ວິສາຫະກິດທ່ອງທ່ຽວແຖວໜ້າ ແລະ ມອບລາງວັນທ່ອງທ່ຽວຫວຽດນາມ  2019 (ພາບ:TTXVN)
 

ພິທີເຊີດຊູ ວິສາຫະກິດທ່ອງທ່ຽວແຖວໜ້າ ແລະ ມອບລາງວັນທ່ອງທ່ຽວຫວຽດນາມ  2019 ຖືກຈັດຂຶ້ນ ເພື່ອແນໃສ່ຄັດເລືອກ, ເຊີດຊູບັນດາຫົວໜ່ວຍ, ວິສາຫະກິດ ທີ່ມີການປະກອບສ່ວນຕັ້ງໜ້າ ເຂົ້າໃນພາລະກິດພັດທະນາການທ່ອງທ່ຽວຢູ່ຫວຽດນາມ ແລະ ຍົກສູງຄຸນນະພາບ ການບໍລິການ, ສ້າງຜະລິດຕະພັນທ່ອງທ່ຽວໃຫ້ເປັນຫຼາຍຮູບຫຼາຍແບບ, ສ້າງເຄື່ອງໝາຍ ການຄ້າທ່ອງທ່ຽວແຫ່ງຊາດເປັນເທື່ອລະກ້າວ, ຊຸກຍູ້ການພັດທະນາ ການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດ. ຄະນະຈັດຕັ້ງ ໄດ້ມອບລາງວັນທັງໝົດ 100 ລາງວັນ ໃຫ້ແກ່ບັນດາວິສາຫະກິດ, ຫົວໜ່ວຍທີ່ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາຂອງຂະແໜງການທ່ອງທ່ຽວຫວຽດນາມ ຄື ວິສາຫະກິດດໍາເນີນທຸລະກິດການບໍລິການທ່ອງທ່ຽວສາກົນດີທີ່ສຸດ ເຊິ່ງໄດ້ພາແຂກທ່ອງທ່ຽວສາກົນມາທ່ອງທ່ຽວຢູ່ຫວຽດນາມ; 10 ວິສາຫະກິດດໍາເນີນທຸລະກິດການທ່ອງທ່ຽວພາຍໃນປະເທດ ດີທີ່ສຸດ ຢູ່ຫວຽດນາມ; ໂຮງແຮມ 5 ດາວດີທີ່ສຸດຢູ່ຫວຽດນາມ... “ລາງວັນທ່ອງທ່ຽວຫວຽດນາມ” ແມ່ນລາງວັນອັນສູງສົ່ງຂອງຂະແໜງການທອ່ງທ່ຽວ ໂດຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຊີ້ນໍາຈັດຕັ້ງປະຕິບັດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ.

Top