• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດ ຊຸແອັດ ແລະ ອານເຊຣີ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ Johan Ndisi ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ອົງການທີ່ມີໜ້າທີ່ຂອງກະຊວງປ້ອງກັນປະເທດຂອງ 2 ປະເທດສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມື
  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ແລະ ທ່ານ Johan Ndisi, ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ (ພາບ: VGP)  

ຕອນ​ບ່າຍ​ວັນ​ທີ 12 ພຶດ​ສະ​ພາ, ຢູ່​ ຮ່າ​ໂນ້ຍ, ທ່ານພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Johan Ndisi, ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ແອັດ ປະ​ຈຳ ຫວຽດ​ນາມ ແລະ ທ່ານ Azeddine Bechka, ເອກ​ອັກ​ຄະ​ລັດ​ຖະ​ທູດ ອານ​ເຊ​ຣີ ປະ​ຈຳ ຫວຽດ​ນາມ.

ທີ່​ກາ​ນ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ແອັດ ປະ​ຈຳ ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ຟານ​ວັນ​ຢາງ, ປາດ​ຖະ​ໜາ​ວ່າ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Johan Ndisi ຈະສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ອົງ​ການ​ທີ່​ມີ​ໜ້າ​ທີ່​ຂອງ​ກະ​ຊວງ​ປ້ອງ​ກັນ​​ປະ​ເທດ​ຂອງ 2 ປະ​ເທດ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​; ຊຸກ​ຍູ້​ການ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ; ຄົ້ນ​ຄວ້າຮ່ວມ​ມືບຳ​ລຸງ​ສ້າງ; ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ…

ເມື່ອ​ແລກ​ປ່ຽນ​ກັບ​ເອກ​ອັກ​ຄະ​ລັດ​ທູດ ອາ​ເຊ​ຣີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ຟານ​ວັນ​ຢາງ, ສະ​ເໜີ​ໃຫ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Azeddine Bechka ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 2 ປະ​ເທດ ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຮ່ວມ​ມື​ຈຳ​ນວນ​ໜຶ່ງ, ລວມ​ມີ: ການ​ຄົ້ນ​ຄວ້າ​ລົງ​ນາມ​ບົດ​ບັນ​ທຶ​ກຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ, ຊຸກຍູ້ບັນດາຂົງເຂດ ການຮ່ວມມືດ້ານປ້ອງກັນຊາດ​ເຊິ່ງ 2 ຝ່າຍ​ມີ​ຄວາມ​ຕ້ອງ​ການ ແລະ ມີ​ທ່າ​ແຮງ, ຄື: ບຳ​ລຸງ​ສ້າງ; ຄົ້ນ​ຄວ້າ​ປະ​ຫວັດ​ສາດ, ອຸດ​ສາ​ຫະ​ກຳ​ປ້​ອງ​ກັນ​ຊາດ, ພະ​ລາ​ທິ​ການ - ເຕັກ​ນິກ…

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top