ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ Johan Ndisi ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ອົງການທີ່ມີໜ້າທີ່ຂອງກະຊວງປ້ອງກັນປະເທດຂອງ 2 ປະເທດສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມື
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ແລະ ທ່ານ Johan Ndisi, ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ (ພາບ: VGP)
ຕອນບ່າຍວັນທີ 12 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Johan Ndisi, ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ ແລະ ທ່ານ Azeddine Bechka, ເອກອັກຄະລັດຖະທູດ ອານເຊຣີ ປະຈຳ ຫວຽດນາມ.
ທີ່ການຕ້ອນຮັບເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ Johan Ndisi ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ອົງການທີ່ມີໜ້າທີ່ຂອງກະຊວງປ້ອງກັນປະເທດຂອງ 2 ປະເທດສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມື; ຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດ; ຄົ້ນຄວ້າຮ່ວມມືບຳລຸງສ້າງ; ອຸດສາຫະກຳປ້ອງກັນຊາດ…
ເມື່ອແລກປ່ຽນກັບເອກອັກຄະລັດທູດ ອາເຊຣີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Azeddine Bechka ສືບຕໍ່ສະໜັບສະໜູນກະຊວງປ້ອງກັນປະເທດຂອງ 2 ປະເທດ ສົມທົບກັນຜັນຂະຫຍາຍເນື້ອໃນຮ່ວມມືຈຳນວນໜຶ່ງ, ລວມມີ: ການຄົ້ນຄວ້າລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດ, ຊຸກຍູ້ບັນດາຂົງເຂດ ການຮ່ວມມືດ້ານປ້ອງກັນຊາດເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີທ່າແຮງ, ຄື: ບຳລຸງສ້າງ; ຄົ້ນຄວ້າປະຫວັດສາດ, ອຸດສາຫະກຳປ້ອງກັນຊາດ, ພະລາທິການ - ເຕັກນິກ…