• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).
  ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສອງ​ຝ່າຍ​ລະ​ຫວ່າງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) (ພາບ: TTXVN)  

ໃນ​ຂອບ​ເຂດ​ການ​ເຮັດ​ວຽກ, ສະ​ຫະ​ສະ​ມາ​ຄົມ​ໄດ້​ສະ​ເໜີ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ AIT ຜ່ານ​ບັນ​ດາ​​ທິດທາງ​ຈຸດ​ສຸມ ລວມ​ມີ: ປົກ​ປ້ອງ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ​ຫຼັກ​; ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ ແລະ ສ້າງ​ລະ​ບົບ​ນິ​ເວດ​ດີ​ຈີ​ຕອນ​ທີ່​ໜ້າ​ໄວ້​ວາງ​ໃຈ; ໝູນ​ໃຊ້ AI ແລະ ວິ​ເຄາະ​ຂໍ້​ມູນ​ໃນ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ; ຮ່ວມມ​ມື​ກັນ​ບຳ​ລຸງ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນນ​ະ​ພາບ​ສູງ; ຊຸກ​ຍູ້​ການ​ແລກ​ປ່ຽນ​ນັກ​ຊ່ຽວ​ຊານ ແລະ ສົມ​ທົບ​ກັນ​ຈັດ​ບັນ​ດາ​ເວ​ທີ​ປາ​ໄສ, ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ປະ​ຈຳ​ປີ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ສະ​ຫະ​ສະ​ມາ​ຄົມ​ກໍ​ສະ​ເໜີ​ເປີດກວ້າງ​ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ລະ​ຫວ່າງ​ສອງ​ປະ​ເທດ ແນ​ໃສ່​ຊຸກ​ຍູ້​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ລິ​ເລີ່ມ​ຮ່ວມ​ມື​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ​ຂ່າວ​ສານ ແລະ ປັນ​ຍາ​ປະ​ດິດ.

ການ​ເຮັດ​ວຽກ​ແມ່ນ​ບາດ​ກ້າວ​ສືບ​ຕໍ່​ທີ່​ສຳ​ຄັນ​ພາຍ​ຫຼັງ ເວ​ທີ​ປາ​ໄສ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ ໂອ​ຕາ​ລິດ - ຫວຽດ​ນາມ ປີ 2026, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ - ໂອ​ຕາ​ລິດ ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ ແລະ ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ເລິກ​ເຊິ່ງກວ່າ​ອີກ, ພ້ອມ​ທັງ​ເປີດ​ຫຼາຍ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ທີ່​ແທດ​ຈິງ​ລະ​ຫວ່າງ​ບັນ​ດາ​ສຳ​ນັກ​ງານ, ອົງ​ການ​ຈັດ​ຕັ້ງ ແລະ ວິ​ສາ​ຫະ​ກິດ​ສອງ​ປະ​ເທດ.

(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ພັດ​ທະ​ນາ​ເສດ​ຖະ​ກິ​ດ​ຕິດ​ພັນ​ກັບ​ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ

ນະ​ຄອນ ໂຮ່​ຈີ​ມິນ ພັດ​ທະ​ນາ​ເສດ​ຖະ​ກິ​ດ​ຕິດ​ພັນ​ກັບ​ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ

ທາງ​ນະ​ຄອນ​ພວມ​ມາ​ນະ​ພະ​ຍາ​ຍາມຮັບ​ປະ​ກັນຄວາມ​ກົມ​ກ່ຽວ​ລະ​ຫວ່າງ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ຕົວ​ເມືອງ.

Top