• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ພົວ​ພັນ​ຕ່າງ​ປະ​ເທດດ້ານ​ປ້ອງ​ກັນ​ຊາດ​ປີ 2026 ຢ່າງ​ມີ​ປະ​ສິດ​ທິ​ຜົນ

ໃນ 5 ເດືອ​ນ​ຕົ້ນ​ປີ 2026, ວຽກ​ງານ​ການ​ຕ່າງ​ປະ​ເທດ ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ, ຄົບ​ຊຸດ, ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ພົ້ນ​ເດັ່ນຫຼາຍ​ຢ່າງ, ປະ​ຕິ​ບັດ​ສຳ​ເລັດຫຼາຍ​ໜ້າ​ທີ່.
  ກອງ​ປະ​ຊຸມ​ຮັບ​ຟັງ​ບົດ​ລາຍ​ງານ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ ໄລ​ຍະ 6 ເດືອນ​ທ້າຍ​ປີ 2026 (ພາບ: ຄະ​ນະ​ຈັດ​ຕັ້ງ)  

ຕອນ​ເຊົ້າ​ວັນ​ທີ 12 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ຫງວຽນ​ເຈື່ອງ​ທັ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຮັບ​ຟັງ​ບົດ​ລາຍ​ງານ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານປ້ອງ​ກັນ​ຊາດ 6 ເດືອ​ນ​ທ້າຍ​ປີ 2026.

ໃນ 5 ເດືອ​ນ​ຕົ້ນ​ປີ 2026, ວຽກ​ງານພົວ​ພັນ​ການ​ຕ່າງ​ປະ​ເທດດ້ານ​ປ້ອງ​ກັນ​ຊາດ ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ, ຄົບ​ຊຸດ, ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ພົ້ນ​ເດັ່ນຫຼາຍ​ຢ່າງ, ປະ​ຕິ​ບັດ​ສຳ​ເລັດຫຼາຍ​ໜ້າ​ທີ່. ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ, ຫຼາຍ​ຝ່າຍ​ໄດ້​ຮັກ​ສາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຈັດ​ຂຶ້ນຫຼາຍ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ການ​​ພົບ​ປະ​ສົນ​ທະ​ນາ, ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ດ້ານ​ປ້ອງ​ກັນ​ຊາດ​ເຂດ​ຊາຍ​ແດນ, ພ້ອມ​ທັງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃນ​ຂອບ​ເຂດ​ອາ​ຊຽນ ແລະ ສາ​ກົນ.

ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະ​ຊຸມ, ທ່ານ​ພົນ​ໂທ ຫງວຽນ​ເຈື່ອງ​ທັ້ງ ຮຽກ​ຮ້ອງ​ບັນ​ດາ​ອົງ​ການ, ກົມ​ກອງເປັນ​ເຈົ້າ​ການ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ​ສະ​ພາບ​ການ, ຍົກ​ສູງ​ຄຸນ​ນະ​ພາບ​ເປັນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ, ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນ​ດາ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).

Top