• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ພັດ​ທະ​ນາ​ເສດ​ຖະ​ກິ​ດ​ຕິດ​ພັນ​ກັບ​ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ

ທາງ​ນະ​ຄອນ​ພວມ​ມາ​ນະ​ພະ​ຍາ​ຍາມຮັບ​ປະ​ກັນຄວາມ​ກົມ​ກ່ຽວ​ລະ​ຫວ່າງ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ຕົວ​ເມືອງ.
  ທ່ານ ເຈິ່ນ​ລຶວກວາງ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ  

ໃນ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນ​ດາ​ຕາ​ແສງ ຢຽນ​ຮົ່ງ, ບິ່ງ​ເຕີຍ, ເວື່ອນ​ລ່າຍ, ບິ່ງ​ຕຽນ… ທີ່​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 11 ພຶດ​ສ​ະ​ພາ, ທ່ານ ເຈິ່ນ​ລຶວກວາງ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ ທາງ​ນະ​ຄອນ​ພວມ​ມາ​ນະ​ພະ​ຍາ​ຍາມຮັບ​ປະ​ກັນຄວາມ​ກົມ​ກ່ຽວ​ລະ​ຫວ່າງ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ຕົວ​ເມືອງ. ນະ​ຄອນ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງຫຼາຍ​ໂຄງ​ການ​ໂຄງ​ລ່າງ​​ຂະ​ໜາດໃຫຍ່​ເຊັ່ນ: ບັນ​ດ​າ​ເສັ້ນ​ທາງ​ລ​ົດ​ໄຟ​ຕົວ​ເມືອງ, ເຊື່ອມ​ຕໍ່​ສະ​ໜາມ​ບິນ, ທ່າ​ກ່ຳ​ປັ່ນ ແລະ ບັນ​ດາ​ກິດ​ຈະ​ກຳ​ຄົມ​ມະ​ນາ​ຄົມ​ຈຸດ​ສຸມ. ກ່ຽວ​ກັບ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ຮາກ​ຖານ, ທາງ​ນະ​ຄອນ​ພວມ​ມຸ່ງ​ໄປ​ເຖິງ​ຮູບ​ແບບ​ທ່ານ​ໝໍ​ຄອບ​ຄົວ ແນ​ໃສ່​ດ​ູ​ແລ​ສຸ​ຂະ​ພາ​ບ​ຂອງ​ປະ​ຊາ​ຊົນ​ແຕ່​ໄວ, ແຕ່​ໄກ ເພື່ອຫຼຸດ​ຜ່ອນ​ກຳ​ລັງ​ກົດ​ດັນ​ໃຫ້​ແກ່​ໂຮງ​ໝໍ​ຂັ້ນ​ເທິງ. ທ່ານ ເຈິ່ນ​ລຶວກວາງ ເນັ້ນ​ໜັກ​ວ່າ ທຸກ​ເປົ້າ​ໝາຍ​ພັດ​ທະ​ນາ​ສຸດ​ທ້າຍ​ຂອງ​ນະ​ຄອນ ແມ່ນ​ມຸ່ງ​ໄປ​ເຖິງ​ເລື່ອງ ປະ​ຊາ​ຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີກວ່າ, ບໍ່​ພຽງ​ແຕ່​ທາງ​ດ້ານ​ວັດ​ຖຸ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການດຳ​ລົງ​ຊີ​ວິດ, ວັດ​ທະ​ນະ​ທຳ ແລະ ຄວາມ​ປອດ​ໄພ​ໃນ​ສັງ​ຄົມ​ອີກ​ດ້ວຍ.

“ຢູ່​ທີ່​ນີ້​ບໍ່​ພຽງ​ແຕ່​ມີ​ການ​ກິນ​ແຊບ, ນຸ່ງ​ເຄື່ອງ​ງາມກວ່າ, ເຮືອນ​ຊານ​ໃຫຍ່​ໂຕ​ສວຍ​ງາມກວ່າ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ກໍ​ຕ້ອງ​ມີ​ຄວາມ​ສີ​ວິ​ໄລ​ກວ່າ, ສຸ​ພາບກວ່າ, ປອດ​ໄພ​ກວ່າ ແລະ ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ດີກວ່າ​ອີກ​ດ້ວຍ. ນະ​ຄອນ ໂຮ່​ຈີ​ມິນ ແມ່ນ​ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ຄວາມ​ຫວັງ​ຢ່າງ​ໃຫຍ່ຫຼວງ​ທີ່​ສຸດ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ນີ້​. ພວກ​ເຮົາ​ມີ​ຊບ​ພະ​ຍາ​ກອນ, ມີ​ປະ​ສົບ​ການ ແລະ ມີ​ກຳ​ລັງ​ບົ່ມ​ຊ້ອນ​ເພື່ອ​ພັດ​ທະ​ນາ. ດັ່ງ​ນັ້ນ, ການ​ນຳ​ນະ​ຄອນ​​ກຳ​ນົດ ຕ້ອງ​ຂ້ຽວ​ຂາດ​ນຳ​ໜ້າ​ປະ​ຕິ​ບັດ​ໜ້າ​ວຽກ​ດັ່ງ​ກ່າວ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).

Top