ຕາມສື່ມວນຊົນ ອາເມລິກາ ແລ້ວ, ມີການນຳບັນດາກຸ່ມບໍລິສັດໃຫຍ່ຂອງ ອາເມລິກາ ປະມານ 16 ທ່ານ ຈະຮ່ວມເດີນທາງໄປນຳທ່ານ Donald Trump ໃນການຢ້ຽມຢາມຄັ້ງນີ້, ໃນນັ້ນ ມີເສດຖີເງິນຕື້ Elon Musk ແລະ Tim Cook.
ບັນດາແຫຼ່ງຂ່າວ ອາເມລິກາ ແລ້ວ, ທ່ານ Elon Musk ຈະຕິດຕາມການຢ້ຽມຢາມ ປັກກິ່ງ ຂອງທ່ານ Trump (ພາບ: REUTERS)
ວັນທີ 11 ພຶດສະພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຈະເດີນທາງໄປຍັງ ປັກກິ່ງ ໃນອາທິດນີ້ ໃນສະພາບຄວາມເຄັ່ງຕຶງຢູ່ຕາເວັນອອກກາງ ສືບຕໍ່ເພີ່ມຂຶ້ນ ແລະ ສາຍພົວພັນ ອາເມລິກາ - ຈີນ ພວມຢືນຢູ່ຕໍ່ໜ້າຫຼາຍບັນຫາທີ່ກ່ຽວຂ້ອງເຖິງດ້ານການຄ້າ, ພະລັງງານ, ປັນຍາປະດິດ (AI), ທາດເຄິ່ງຊັກນຳໄຟຟ້າ… ຄາດວ່າ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຈະພົບປະທ່ານ ສີຈີ້ນຜິງ ປະທານປະເທດຈີນ ໃນວັນທີ 14 – 15 ພຶດສະພາ. ນີ້ແມ່ນການຢ້ຽມຢາມ ຈີນ ຄັ້ງທີ 2 ຂອງທ່ານ Donald Trump ໃນຖານະເປັນປະທານາທິບໍດີ ແລະ ແມ່ນການຢ້ຽມຢາມຈີນຄັ້ງທຳອິດຂອງປະທານາທິບໍດີ ອາເມລິກາ ນັບແຕ່ປີ 2017.
ຕາມສື່ມວນຊົນ ອາເມລິກາ ແລ້ວ, ມີການນຳບັນດາກຸ່ມບໍລິສັດໃຫຍ່ຂອງ ອາເມລິກາ ປະມານ 16 ທ່ານ ຈະຮ່ວມເດີນທາງໄປນຳທ່ານ Donald Trump ໃນການຢ້ຽມຢາມຄັ້ງນີ້, ໃນນັ້ນ ມີເສດຖີເງິນຕື້ Elon Musk ແລະ Tim Cook. ໜຶ່ງໃນບັນດາເນື້ອໃນທີ່ຄາດວ່າຈະນຳມາປຶກສາຫາລືແມ່ນຄວາມສາມາດສ້າງຕັ້ງ “ສະພາລົງທຶນ” ແລະ “ສະພາການຄ້າ” ອາເມລິກາ - ຈີນ. ສອງຝ່າຍໄດ້ຮັບຖືວ່າພວມຊັ່ງຊາພິຈາລະນາຂໍ້ຕົກລົງສະບັບໜຶ່ງທີ່ອະນຸຍາດໃຫ້ ຈີນ ລົງທຶນເຂົ້າ ອາເມລິກາ ດ້ວຍມູນຄ່າຂຶ້ນເຖິງ 1.000 ຕື້ USD, ເຖິງວ່າ ປັດຈຸບັນ ຍັງບໍ່ທັນມີການຢັ້ງຢືນທາງການຈາກທຳນຽບຂາວ ຫຼື ປັກກິ່ງເທື່ອ.
(ແຫຼ່ງຄັດຈາກ VOV)