• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ຕ້ອນ​ຮັບ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ

ຕອນ​ບ່າຍ​ວັນ​ທີ 21 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ມີການ​ຕ້ອນ​ຮັບ ​ທ່ານ Jigjee Sereejav ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ ປະຈຳ ຫວຽດນາມ ເຂົ້າ​ຢ້ຽມ​ອຳ​ລາ ເນື່ອ​ງ​ໃນ​ໂອ​ກາດ​ສິ້ນ​ສຸດ​ວາ​ລະ​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ.
  ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລ​ະ ​ທ່ານ Jigjee Sereejav ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ ປະຈຳ ຫວຽດນາມ (ພາບ: TTXVN)  

ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈູງ ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ໃນ​ການ​ຮ່ວມ​ມື​ທາງ​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ມົງ​ໂກນ, ພິ​ເສດ​ແມ່ນ​ການ​ເຊັນ​ສົນ​ທິ​ສັນ​ຍາ​ຍົກ​ເວັ້ນ​ວິ​ຊ​າ​ໃຫ້​ແກ່​ຜູ້​ຖື​ໜັງ​ສື​ຜ່ານ​ແດນການ​ທູດ, ໜັງ​ສື​ຜ່ານ​ແດນ​ລັດ​ຖະ​ການ, ໜັງ​ສື​ຜ່ານ​ແດນ​ທຳ​ມະ​ດາ ​ປີ 2023, ສ້າງ​ເງື່ອນ​ໄຂ​ສະ​ດວກ​ແກ່​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ລັດ​ຖະ​ມົນ​ຕີ​ກໍ​ໄດ້​ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນ​ະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ​ດ້ວຍຫຼາຍ​ຮູບ​ແບບ​ຢ່າງ​ມີ​ໄຫວ​ພິບ​ເພື່ອ​ແບ່ງ​ປັນ ແລະ ປະ​ສານ​ສົມ​ທົບ​ນະ​ໂຍ​ບາຍ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ - ການ​ຄ້າ; ທ່ານ​ສະ​ເໜີ ມົງ​ໂກນ ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ໄປ​ລົງ​ທຶນ​ເຂົ້າ​ບັນ​ດາ​ຂົ​ງ​ເຂດ​ພະ​ລັງ​ງານ​ສະ​ອາດ, ກໍ່​ສ້າງ, ຊຸກ​ຍູ້​ການ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ ແລະ ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ.

ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jigjee Sereejav ຢັ້ງ​ຢືນ​ວ່າ ເຖິງວ່າ ຈະ​ຢູ່​ໃນ​ຖາ​ນະ​ຕຳ​ແໜ່ງ​ໃດ​ກໍ​ຕາມ, ສ່ວນ​ຕົວ​ທ່ານ ກໍ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາ​ດ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ໃຫ້​ແກ່​ກາ​ນ​ພັດ​ທະ​ນາ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ​ ແລະ ມົງ​ໂກນ.

(ແຫຼ່ງຄັດຈາກ VOV)

ການພົບປະສົນທະນາ ຫວຽດນາມ - ສ.ເກົາຫຼີ: ເພີ່ມທະວີການຮ່ວມມືຮອບດ້ານ

ການພົບປະສົນທະນາ ຫວຽດນາມ - ສ.ເກົາຫຼີ: ເພີ່ມທະວີການຮ່ວມມືຮອບດ້ານ

ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດປັນຍາປະດິດ (AI), ໂທລະຄົມມະນາຄົມ, ຄວາມປອດໄພທາງໄຊເບີ ແລະ ການຫັນເປັນດີຈີຕອນ.

Top