• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະ​ພາ​ແຫ່ງ​ຊາດ ເວືອງດິ່ງເຫ້ວ ເປັນປະທານກອງປະຊຸມກ່ຽວກັບການສ້າງກົນໄກປົກປັກຮັກສາລັດຖະທຳມະນູນໃຫ້ສົມບູນແບບ

ທີ່ກອງປະຊຸມຄັ້ງນີ້, ຄະນະຊີ້ນຳ ດັ່ງກ່າວໄດ້ສຸມໃສ່ປະກອບຄຳເຫັນໃສ່ວຽກງານປະຕິບັດສຳເລັດຫົວເລື່ອງສະເພາະເລກທີ 12 “ການສ້າງກົນໄກປົກປັກຮັກສາລັດຖະທຳມະນູດໃຫ້ສົມບູນແບບ ເພື່ອຕອບສະໜອງຄວາມຮຽກຮ້ອງໃນການສ້າງສຳເລັດລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ”.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ 

ຕອນບ່າຍວັນທີ 3 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານກອງປະຊຸມຄັ້ງທີ 3 ຂອງ ຄະນະຊີ້ນຳນຳພາຂອງ ອົງການສະມາຊິກພັກສະພາແຫ່ງຊາດ ປະຕິບັດ 4 ຫົວເລື່ອງສະເພາະ ທີ່ໄດ້ຮັບການແບ່ງວຽກ ຂຶ້ນກັບແຜນຮ່າງ “ຍຸດທະສາດສ້າງ ແລະ ປະຕິບັດລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຈົນຮອດປີ 2030, ກຳນົດທິດຮອດປີ 2045ໃຫ້ສົມບູນແບບ”.

ທີ່ກອງປະຊຸມຄັ້ງນີ້, ຄະນະຊີ້ນຳ ດັ່ງກ່າວໄດ້ສຸມໃສ່ປະກອບຄຳເຫັນໃສ່ວຽກງານປະຕິບັດສຳເລັດຫົວເລື່ອງສະເພາະເລກທີ 12 “ການສ້າງກົນໄກປົກປັກຮັກສາລັດຖະທຳມະນູດໃຫ້ສົມບູນແບບ ເພື່ອຕອບສະໜອງຄວາມຮຽກຮ້ອງໃນການສ້າງສຳເລັດລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ”. ຕາມແຜນການຂອງ ຄະນະຊີ້ນຳແຜນຮ່າງ ແລະ ອົງການສະມາຊິກພັກສະພາແຫ່ງຊາດ ແລ້ວ,  ຫົວເລື່ອງສະເພາະເລກທີ 12 ຕ້ອງປະຕິບັດສຳເລັດຢ່າງຊ້າຊຸດແມ່ນໃນວັນທີ 30 ພະຈິກ ປີ 2021.

ປະກອບຄຳເຫັນກ່ຽວກັບຂໍ້ສະເໜີໃນໄລຍະແຕ່ປັດຈຸບັນຮອດປີ 2030, ທ່ານປະທານສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບໂດຍພື້ນຖານກ່ຽວກັບວິທີການໂດຍອະນຸກຳມະການຍື່ນສະເໜີ, ຫັນເປັນລະອຽດ ແລະ ເພີ່ມທະວີບັນດາການເຄື່ອນໄຫວເພື່ອແນໃສ່ປະຕິບັດໜ້າທີ່ຄວາມຮັບຜິດຊອບໃນການປົກປ້ອງລັດຖະທຳມະນູດ ຂອງ ສະພາຊົນເຜົ່າ, ບັນດາກຳມາທິການ ຂອງສະພາແຫ່ງຊາດ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ລັດຖະບານ, ແນວໂຮມປະເທດຊາດ, ບັນດາອົງການການເມືອງ - ສັງຄົມ, ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທີ່ການພົບປະກັບເຈົ້າຊີວິດ ໂຮນລັງ Willem Alexander Claus George Ferdinand, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຫວັງວ່າ ພະບໍລົມວົງສານຸວົງ ແລະ ເຈົ້າຊີວິດເອງ ສືບຕໍ່ສະໜັບສະໜູນຍູ້ແຮງການພົວພັນສອງຝ່າຍຢ່າງຮອບດ້ານ.

Top