• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາທີ່ມີລັກສະນະປະຫວັດສາດກັບທ່ານປະທານາທິບໍດີລັດເຊຍ V.Putin ແກ່ຍາວເປັນເວລາເກືອບ 4 ຊົ່ວໂມງ, ປຶກສາຫາລື 20 ບັນຫາສຳຄັນໃນການຮ່ວມມືລະຫວ່າງ 2 ປະເທດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເດີນທາງອອກຈາກສະຫະພັນ ລັດເຊຍ ກັບມາປະເທດ. (ພາບ: TTXVN)

ຕອນຄ່ຳວັນທີ 02 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເດີນທາງອອກຈາກສະຫະພັນ ລັດເຊຍ ກັບມາປະເທດ, ສິ້ນສຸດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin. ການຢ້ຽມຢາມຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ບັນລຸໄດ້ໝາກຜົນຢ່າງດີງາມທີ່ສຸດໃນທຸກຂົງເຂດຮ່ວມມືລະຫວ່າງ 2 ປະເທດ, ຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ.

        ໃນນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາທີ່ມີລັກສະນະປະຫວັດສາດກັບທ່ານປະທານາທິບໍດີລັດເຊຍ V.Putin ແກ່ຍາວເປັນເວລາເກືອບ 4 ຊົ່ວໂມງ, ປຶກສາຫາລື 20 ບັນຫາສຳຄັນໃນການຮ່ວມມືລະຫວ່າງ 2 ປະເທດ, ໃນນັ້ນການນຳ 2 ທ່ານໄດ້ຍົກອອກບາງຂໍ້ຄົງຄ້າງໃນການຮ່ວມມືລະຫວ່າງວິສາຫະກິດ 2 ປະເທດຢ່າງກົງໄປກົງມາ ເພື່ອພ້ອມກັoເປັນເອກະພາບຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງກວ່າອີກ.

        ການນຳ 2 ທ່ານກໍ່ເຫັນດີອອກຖະແຫຼງການຮ່ວມກ່ຽວກັບວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ຮອດປີ 2030, ເພື່ອແນໃສ່ກຳນົດທິດໃຫ້ແກ່ການຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ 2 ປະເທດໃນທຸກຂົງເຂດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບການນຳວິສາຫະກິດແຖວໜ້າຂອງ ລັດເຊຍ ທີ່ມີການຮ່ວມມືກັບ ຫວຽດນາມ. ທ່ານປະທານປະເທດປາດຖະໜາວ່າ ບັນດາວິສາຫະກິດ ລັດເຊຍ ຈະມາລົງທຶນ, ເປີດກວ້າງການຮ່ວມມືກັບ ຫວຽດນາມ ເພື່ອແນໃສ່ຂຸດຄົ້ນທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ກໍຄືຕອບສະໜອງຄວາມຕ້ອງການຂອງທັງ 2 ປະເທດ, ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລັດເຊຍ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດ.

        ດ້ວຍນ້ຳໃຈມິດຕະພາບ, ສະໜິດຕິດພັນລະຫວ່າງປະຊາຊົນ 2 ປະເທດ, ໃນການຢ້ຽມຢາມ, ທ່ານປະທານປະເທດ ຫວຽນຊວັນຟຸກ ກໍ່ສະຫຼະເວລາພົບປະ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາສະມາຄົມ, ອົງການຈັດຕັ້ງມະຫາຊົນຂອງ ລັດເຊຍ; ຢ້ຽມຢາມ ແລະ ພົບປະກັບພະນັກງານ, ພາລະກອນສະຖານທູດ, ປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ ລັດເຊຍ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top