• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຫວຽນາມ ເຈີນດ້າຍກວາງ ຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry

      ຕອນບ່າຍວັນທີ 21/6, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry

ທ່ານປະທານປະເທດຫວຽນາມ ເຈີນດ້າຍກວາງ ແລະ ອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry
      ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽນາມ ເຈີນດ້າຍກວາງໄດ້ສະເໜີອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ສືບຕໍ່ສະໜັບສະໜູນການພົວພັນ ຫວຽດນາມ-ອາເມລິກາໃຫ້ນັບມື້ນັບດີງາມກ່ວາ, ເປັນຕົ້ນແມ່ນໃນຂົງເຂດຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ, ການແກ້ໄຂຜົນຮ້າຍຢ່ອນຫຼັງຂອງສົງຄາມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
   ສ່ວນອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໃຫ້ຮູ້ວ່າ ທ່ານຍາມໃດສະໜິດຕິດພັນ ແລະ ສະໜັນສະໜູນຫວຽດນາມໃນຂະບວນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ຜ່ານນີ້ ປະກອບສ່ວນສ້າງສາຍພົວພັນ 2 ຝ່າຍໃຫ້ນັບມື້ນັບພັດທະນາ. 

ທ່ານ ຫງວຽນຖ້ຽນເຍີນ ແລະ ທ່ານ John Kerry 
      ກ່ອນໜ໊ານັ້ນ, ທີ່ການຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ເມື່ອວັນທີ 21 ມິຖຸນາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນຖ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນໂຮ່ຈິມິນ ສົ່ງເຖິງອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ບັນດາອົມຈິດຄວາມຮັກແພງອັນດີງາມທີ່ສຸດຂອງຊາວນະຄອນໂຮ່ຈິມິນ 10 ລ້ານຄົນເວົສະເພາະ ແລະ ຊາວຫວຽດນາມເວົ້າລວມ ແລະ ປາດຖະໜາວ່າ ດ້ວຍບົດຮຽນຂອງຕົນ, ອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຈະສືບຕໍ່ປະກອບສ່ວນໃຫ້ສາຍພົວພັນຫວຽດນາມ-ອາເມລິກາໃຫ້ນັບມື້ນັບດີງາມກ່ວາ. ຕາມທ່ານ ຫງວຽນຖ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນໂຮ່ຈິມິນ, ລັດຖະບານຫວຽດນາມພວມສ້າງກົນໄກດຶງດູດການລົງທຶນໃຫ້ສົມບູນແບບ ພິເສດແມ່ນກົນໄກປະຕູດຽວ ແລະ ຫວັງວ່າ ອາມເລິກາອາດຈະໜູນຊ່ວຍກ່ຽວກັບບັນຫານີ້.
    ສ່ວນອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ສະແດງຄວາມຫວັງຢາກໜູນຊ່ວຍນະຄອນໂຮ່ຈິມິນ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ແລະ ຢືນຢັນ ພ້ອມແລ້ວໃຫ້ການຮ່ວມມືກັບນະຄອນໂຮ່ຈິມິນປະຕິບັດການສ້າງເຂດຕົວເມືອງສະຫຼາດ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

Top