ຂ່າວສານ
ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ສ້າງບັນດາຮ່າງກົດໝາຍວ່າດ້ວຍທີ່ດິນ, ເຮືອນຢູ່, ອະສັງຫາລິມະຊັບໃຫ້ຄົບຊຸດເພື່ອປຸກລຸກແຫຼ່ງກຳລັງ
ຕອນເຊົ້າວັນທີ 09 ກັນຍາ, ທີ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ), ແລະ ກົດໝາຍວ່າດ້ວຍດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ), ກ່ອນທີ່ບັນດາອົງການເປັນປະທານຮຽບຮຽງທີ່ສ້າງເອກະສານໃຫ້ສຳເລັດຍື່ນສະເໜີຕໍ່ລັດຖະບານ ແລະ ສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ເນັ້ນໜັກວ່າ ຮ່າງກົດໝາຍທັງ 3 ສະບັບດັ່ງກ່າວມີຄວາມຕິດພັນຢ່າງໃກ້ຊິດ, ສວມບົດບາດສຳຄັນ ທີ່ສຸດໃນການປຸກລຸກບັນດາແຫຼ່ງກຳລັງ, ຕອບສະໜອງຄວາມຕ້ອງການ ຂອງການເຕີບ ໂຕໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ໄດ້ໃສ່ໃຈເຖິງບັນດາເນື້ອໃນໃຫຍ່, ຫຼັກແຫຼ່ງຕ້ອງເອົາໃຈໃສ່ເປັນພິເສດໃນການສ້າງຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ໃຫ້ສົມບູນແບບ:
“ຮັບປະກັນຫຼັກການຢ່າງເດັດຂາດຂອງເລື່ອງບໍ່ເຫັນທີ່ດິນໄປເປັນເອກະຊົນ; ບໍ່ອະນຸຍາດໃຫ້ຊາວຕ່າງປະເທດໄດ້ຮັບການໂອນສິດນຳໃຊ້ທີ່ດິນໃນທຸກຮູບແບບ. ກຳນົດແຈ້ງບົດບາດຂອງລັດໃນການບໍລິຫານ, ຄວບຄຸມ ແລະ ການກຳນົດ ລາຄາທີ່ດິນຢ່າງຈະແຈ້ງ. ກຳນົດບຸລິມະສິດພັດທະນາຄອນໂດ, ຈຳກັດການການແບ່ງທີ່ດິນ ແລະ ການຂາຍທີ່ດິນໃນເຂດຕົວເມືອງຢູ່ບັນດາເຂດຕົວເມືອງ, ພິເສດແມ່ນຢູ່ບັນດາເຂດຕົວເມືອງໃຫຍ່.”
ກ່ຽວກັບການປັບປຸງກົດໝາຍວ່າດ້ວຍເຮືອນຢູ່ ແລະ ກົດໝາຍວ່າດ້ວຍດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ), ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ຫັນບັນດາຮູບແບບເຮືອນຢູ່ໃຫ້ເຊົ່າ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ບັນດາກະຊວງທີ່ເປັນເຈົ້າຮຽບຮຽງ ຕ້ອງຄົ້ນຄວ້າ, ຮັບເອົາຄຳເຫັນ, ອະທິບາຍທີ່ຄົບຖ້ວນ, ມີລັກສະນະເກ້ຍກອມເພື່ອໃຫ້ຮ່າງກົດໝາຍດັ່ງກ່າວ ເມື່ອໄດ້ຮັບຮອງຈະຖືກນຳເຂົ້າຊີວິດຢ່າງແທ້ຈິງ.





