ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ສ້າງບັນດາຮ່າງກົດໝາຍວ່າດ້ວຍທີ່ດິນ, ເຮືອນຢູ່, ອະສັງຫາລິມະຊັບໃຫ້ຄົບຊຸດເພື່ອປຸກລຸກແຫຼ່ງກຳລັງ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ເນັ້ນໜັກວ່າ ຮ່າງກົດໝາຍທັງ 3 ສະບັບດັ່ງກ່າວມີຄວາມຕິດພັນຢ່າງໃກ້ຊິດ, ສວມບົດບາດສຳຄັນ ທີ່ສຸດໃນການປຸກລຸກບັນດາແຫຼ່ງກຳລັງ, ຕອບສະໜອງຄວາມຕ້ອງການ ຂອງການເຕີບ ໂຕໃນໄລຍະຈະມາເຖິງ.
  ທີ່ກອງປະຊຸມ. (ພາບ: VNA)  

ຕອນເຊົ້າວັນທີ 09 ກັນຍາ, ທີ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະ​ແໜງ​ການທີ່ກ່ຽວຂ້ອງ​ກ່ຽວ​ກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍ​ເຮືອນ​ຢູ່ (ສະບັບປັບປຸງ), ແລະ ກົດໝາຍວ່າດ້ວຍ​ດຳ​ເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ), ກ່ອນທີ່​ບັນ​ດາອົງການ​ເປັນ​ປະ​ທານ​ຮຽບ​ຮຽງທີ່​ສ້າງ​ເອກະສານໃຫ້​ສຳ​ເລັດຍື່ນ​ສະ​ເໜີ​ຕໍ່ລັດຖະບານ ແລະ ສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລ​ມິ​ນ​ຮຶງ ໄດ້ເນັ້ນໜັກວ່າ ຮ່າງກົດໝາຍທັງ 3 ສະບັບດັ່ງ​ກ່າວ​ມີ​ຄວາມ​ຕິດ​ພັນ​ຢ່າງໃກ້ຊິດ, ສວມບົດບາດສຳຄັນ ທີ່​ສຸດໃນການປຸກ​ລຸກບັນ​ດາ​ແຫຼ່ງ​ກຳ​ລັງ, ຕອບສະໜອງຄວາມຕ້ອງການ ຂອງການເຕີບ ໂຕໃນໄລຍະຈະ​ມາ​ເຖິງ. ທ່ານນາຍົກລັດຖະມົນຕີ ໄດ້ໃສ່​ໃຈ​ເຖິງ​ບັນ​ດາ​ເນື້ອ​ໃນ​ໃຫຍ່, ຫຼັກ​ແຫຼ່ງ​ຕ້ອງເອົາໃຈໃສ່ເປັນພິເສດໃນການ​ສ້າງຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ໃຫ້​ສົມ​ບູນ​ແບບ:

“ຮັບປະກັນຫຼັກການຢ່າງເດັດ​ຂາດຂອງ​ເລື່ອງບໍ່​ເຫັນທີ່ດິນໄປເປັນເອກະຊົນ; ບໍ່ອະນຸຍາດໃຫ້​ຊາວຕ່າງປະເທດໄດ້ຮັບການໂອນສິດນຳໃຊ້ທີ່ດິນໃນທຸກຮູບແບບ. ກຳນົດແຈ້ງບົດບາດຂອງລັດໃນການ​ບໍ​ລິ​ຫານ, ຄວບຄຸມ ແລະ ການກຳນົດ ລາຄາທີ່ດິນຢ່າງຈະແຈ້ງ. ກຳ​ນົດ​ບຸ​ລິ​ມະ​ສິດ​ພັດ​ທະ​ນາຄອນ​ໂດ, ຈຳ​ກັດ​ການການແບ່ງ​ທີ່​ດິນ ແລະ ການຂາຍທີ່ດິນໃນເຂດຕົວເມືອງ​ຢູ່​ບັນ​ດາ​ເຂດ​ຕົວ​ເມືອງ, ​ພິ​ເສດ​ແມ່ນຢູ່​ບັນ​ດາ​ເຂດຕົວເມືອງໃຫຍ່.”

ກ່ຽວກັບການປັບ​ປຸງກົດໝາຍວ່າດ້ວຍເຮືອນ​ຢູ່ ແລະ ກົດໝາຍວ່າດ້ວຍດຳ​ເນີນ​ທຸ​ລະ​ກິດອະສັງຫາລິມະຊັບ (ສະບັບປັບປຸງ), ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້​ຫັນ​ບັນ​ດາ​ຮູບ​ແບບ​ເຮືອນ​ຢູ່ໃຫ້​ເຊົ່າ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ບັນດາກະຊວງທີ່ເປັນ​ເຈົ້າ​ຮຽບ​ຮຽງ ຕ້ອ​ງ​ຄົ້ນ​ຄວ້າ, ຮັບ​ເອົາ​ຄຳ​ເຫັນ, ອະທິບາຍທີ່ຄົບຖ້ວນ, ມີ​ລັກ​ສະ​ນະ​ເກ້ຍກອມເພື່ອໃຫ້ຮ່າງກົດໝາຍດັ່ງກ່າວ ເມື່ອໄດ້ຮັບຮອງຈະຖືກນຳເຂົ້າ​ຊີ​ວິດຢ່າງແທ້ຈິງ.


top