• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນບຸລິມະສິດຍຸດທະສາດແຖວໜ້າ

ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ ເລຂາທິການໃຫຍ່ ແລະ ກອງເລຂາ ອາຊຽນ ເພີ່ມທະວີບົດບາດປະສານງານ, ໜູນຊ່ວຍຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງ ຫວຽດນາມ
  ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ການແລກປ່ຽນກັບ ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ (ພາບ: VNA))  

ຫວຽດນາມ ຍາມ​ໃດ​ກໍ່​ຖື ອາຊຽນ ​ແມ່ນ​ບຸ​ລິ​ມະສິດຍຸດທະສາດ​ແຖວ​ໜ້າ, ສືບຕໍ່ເປັນ​ເຈົ້າ​ການເຂົ້າຮ່ວມ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນ​ວິ​ວັດ​ທະ​ນາ​ການ​ສ້າງປະ​ຊາ​ຄົມ ອາຊຽນ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ ​ທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ທີ່ການແລກປ່ຽນກັບ ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ໃນວັນ​ທີ 28 ພະຈິກ, ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດ​ຈັດກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 12.

ທີ່​ການ​ພົບ​ປະ, ທ່ານນາຍົກລັດຖະມົນຕີໄດ້​ສະ​ເໜີໃຫ້ ເລຂາທິການໃຫຍ່ ແລະ ​ກອງເລຂາ ອາຊຽນ ເພີ່ມ​ທະ​ວີບົດບາດປະສານງານ, ​ໜູນ​ຊ່ວຍ​ຜັນ​ຂະ​ຫຍາຍ​ບັນ​ດາຂໍ້ລິເລີ່ມຂອງ ຫວຽດນາມ, ຊຸກ​ຍູ້ລະດົມ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ຮ່ວມ​ມື​ເຂດອະນຸພາກພື້ນ, ຮັດ​ແຄບຊ່ອງຫວ່າງການພັດທະນາລະຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

ສ່ວນທ່ານເລຂາທິການໃຫຍ່ Kao Kim Hourn ໄດ້ຕີລາຄາສູງຕໍ່ບັນ​ດາຜົນ​ສຳ​ເລັດ​​ໃນ​ການພັດທະນາຂອງ ຫວຽດນາມ ແລະ ຢືນຢັນຈະສືບ​ຕໍ່ສະໜັບສະໜູນ ຫວຽດ​ນາມ ປະ​ກອບ​ສ່ວນຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ​​ສ້າງ​ປະ​ຊາ​ຄົມ ອາ​ຊຽນ, ມຸ່ງ​ໄປ​ເຖິ​ງວິໄສທັດປະຊາຄົມ ອາຊຽນ 2045.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ລາວ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ CLMV-12 ແລະ ACMECS-11

ນາຍົກລັດຖະມົນຕີ ລາວ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ CLMV-12 ແລະ ACMECS-11

ທີ່ບັນດາການພົບປະ, ການນຳຂອງສອງປະເທດໄດ້ຢືນຢັນຄວາມສຳຄັນໃນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ ແລະ ລາວ

Top