ຕອນບ່າຍວັນທີ 24 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ເນື່ອງໃນໂອກາດມາເຂົ້າຮ່ວມພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ), ຢູ່ນະຄອນຫຼວງ ຮ່າໂນ້ຍ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ ພິທີລົງນາມສົນທິສັນຍາ ຮ່າໂນ້ຍ ແມ່ນເຫດການສາກົນສຳຄັນ ແລະ ຫວຽດນາມ ເປັນກຽດໄດ້ເປັນເຈົ້າພາບຈັດຂຶ້ນ. ສົນທິສັນຍາຈະສ້າງແລວ ແລະ ຂອບນິຕິກຳໃໝ່, ຊ່ວຍໃຫ້ບັນດາປະເທດສະມາຊິກໃນໂລກ ພ້ອມກັນຮ່ວມແຮງຮ່ວມໃຈຕ້ານອາດຊະຍາກຳທາງໄຊເບີ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງອິນເຕີເນັດທົ່ວໂລກ.
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກໍ່ສະແດງຄວາມຊົມເຊີຍທີ່ ຫວຽດນາມ ເປັນເຈົ້າພາບຈັດພິທີລົງນາມ “ສົນທິສັນຍາ ຮ່າໂນ້ຍ”, ຕິດພັນກັບສົນທິສັນຍາຫຼາຍຝ່າຍທົ່ວໂລກໃນຂົງເຂດ ທີ່ປະຊາຄົມສາກົນມີຄວາມສົນໃຈເປັນພິເສດ, ປະກອບສ່ວນໂຄສະນາກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ແລະ ປະກອບສ່ວນເຂົ້າໃນການຍົກສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ ແລະ ພາກພື້ນ.







