• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Kishida Fumio ດຳເນີນໄປໃນສະພາບການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະອັນດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Kishida Fumio ດຳເນີນໄປໃນສະພາບການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະອັນດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

 

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ

ຕອນບ່າຍວັນທີ 01 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຍີ່ປຸ່ນ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການແຕ່ວັນທີ 30 ເມສາ ຫາວັນທີ 01 ພຶດສະພາ ຢ່າງຈົບງາມ.

        ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ດຳເນີນການເຄື່ອນໄຫວສຳຄັນຫຼາຍຢ່າງຄື: ວາງພວງມາລາ ແລະ ເຂົ້າຢ້ຽມຂ່ຳນັບສູ້ສານປະທານ ໂຮ່ຈີມິນ; ເຈົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ; ເຈລະຈາກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ; ແລກປ່ຽນບັນດາເອກະສານການຮ່ວມມື ແລະ ພົບປະກັບສື່ມວນຊົນ; ເຂົ້າຮ່ວມກອງປະຊຸມສຳມະນາການຮ່ວມມືລະຫວ່າງ 2 ປະເທດໃນການປ່ຽນແປງໃໝ່ເຕັກໂນໂລຊີ, ການຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ; ເຂົ້າຢ້ຽມຂ່ຳນັບບັນດາການນຳຂັ້ນສູງ ຫວຽດນາມ.

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Kishida Fumio ດຳເນີນໄປໃນສະພາບການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະອັນດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ການຢ້ຽມຢາມໄດ້ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top