• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕຳຫຼວດ ທະ​ເລ ຫວຽດ​ນາມ ພົບ​ປະ​ແລກ​ປ່ຽນ​​ກັບ​ຕຳຫຼວດທະ​ເລ ອິນ​ໂດ​ເນ​ເຊຍ ແລະ ກຳ​ປູ​ເຈຍ

ຕອນບ່າຍວັນທີ 9 ທັນວາ, ກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ພົບປະ, ແລກປ່ຽນສອງຝ່າຍກັບຕຳຫຼວດທະເລ ອິນໂດເນເຊຍ ແລະ ຄະນະກຳມະການແຫ່ງຊາດກ່ຽວກັບຄວາມໝັ້ງຄົງໃນການເດີນເຮືອ ກຳປູເຈຍ
  ກອງບັນຊາການຕຳຫຼວດທະເລ ຫວຽດນາມ ພົບປະ, ແລກປ່ຽນສອງຝ່າຍກັບຕຳຫຼວດທະເລ ອິນໂດເນເຊຍ (ພາບ: VOV)   

ກ່ອນໜ້ານັ້ນ, ຕຳຫຼວດທະເລ ຫວຽດນາມ ແລະ ຕຳຫຼວດທະເລ ອິນໂດເນເຊຍ ໄດ້ລົງນາມໃນຈົດໝາຍເຈດຕະນາວ່າດ້ວຍການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍ.

ໃນວັນດຽວກັນ, ທີ່ການເຮັດວຽກກັບຄະນະກຳມະການແຫ່ງຊາດກ່ຽວກັບຄວາມໝັ້ນຄົງໃນການເດີນເຮືອ ກຳປູເຈຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະຕິບັດບັນດາເນື້ອໃນຕາມອະນຸສັນຍາວ່າດ້ວຍກົນໄກປະສານງານຜ່ານໂທລະສັບສາຍດ່ວນ; ແລກປ່ຽນສະພາບການຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລຕິດຈອດກັນລະຫວ່າງສອງປະເທດ; ສະພາບການເຄື່ອນໄຫວຫາປາຂອງຊາວປະມົງໃນເຂດທະເລປະຫວັດສາດ; ແບ່ງປັນ, ກຳແໜ້ນຂໍ້ມູນຂ່າວສານ ແລະ ແກ້ໄຂກໍລະນີເກີດຂຶ້ນຢູ່ທະເລຢ່າງທັນການ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top