• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ​ການ​ປ່ອຍ​ເງິນ​ລົງ​ທຶນ​ເຂົ້າ​ບັນ​ດາ​ໂຄງ​ການ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ

ຄວາມ​ຄືບ​ໜ້າ​ໃນ​ການ​ປ່ອຍ​ທຶນ​ງົບ​ປະ​ມານ​ແຫ່ງ​ລັດ ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ​ຊັກ​ຊ້າກວ່າຫຼາຍ​ເມື່ອ​ທຽບ​ໃສ່​ກັບການ​ປ່ອ​ຍ​ທຶນ​ໃນ​ຂົງ​ເຂດ​ຕ່າງໆ ໃນ​ຂະ​ນະ​ທີ່ນີ້​ແມ່ນ​ກຳ​ລັງ​ໜູນ​ພັ​ດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ.
  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ (ພາບ: VGP/Gia Huy)  

ຕອນ​ເຊົ້າ​ວັນ​ທີ 19 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ ລັດ​ຖະ​ບານ, ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ດ້ານ​ການ​ເງິນ ແລະ ຍູ້​ແຮງ​ການ​ປ່ອຍ​ທຶນ​ງົບ​ປະ​ມານ​ແຫ່ງ​ລັດ ປີ 2026 ໃນຂົງ​ເຂດ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ຢັ້ງ​ຢືນ​ວ່າ ຄວາມ​ຄືບ​ໜ້າ​ໃນ​ການ​ປ່ອຍ​ທຶນ​ງົບ​ປະ​ມານ​ແຫ່ງ​ລັດ ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ​ຊັກ​ຊ້າກວ່າຫຼາຍ​ເມື່ອ​ທຽບ​ໃສ່​ກັບການ​ປ່ອ​ຍ​ທຶນ​ໃນ​ຂົງ​ເຂດ​ຕ່າງໆ ໃນ​ຂະ​ນະ​ທີ່ນີ້​ແມ່ນ​ກຳ​ລັງ​ໜູນ​ພັ​ດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ.

ສະ​ເໜີ​ຫົວ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ບັນ​ດາ​ສະ​ຫາຍ​ການ​ນຳ​ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ກຳ​ນົດ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປ່ອຍ​​ທຶນ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ, ເຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ແມ່ນ​ໜ້າ​ທີ່​ການ​ເມືອງ​ຈຸດ​ສຸມ, ຮີບ​ດ່ວນ​ໃນ​ປີ 2026 ກໍ່​ຄື​ໃນຊຸມ​ປີ​ຕໍ່​ໄປ​ເພື່ອ​ໃຫ້​ພວກ​ເຮົາ ສຸມ​ໃສ່​ຜັນ​ຂະ​ຫຍາຍ ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 57 ຂອງ​ກົມ​ການ​ເມື​ອງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.

Top