ທ່ານ ຫວູດ້າຍຖັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ ທາງນະຄອນຕັ້ງຄວາມຫວັງວ່າ ໂຄງການນີ້ຈະກາຍເປັນກຳລັງໜູນທີ່ສຳຄັນຊຸກຍູ້ການພັດທະນາເຂດທິດໃຕ້ ຮ່າໂນ້ຍ; ສ້າງບັນດາຂົ້ວເຕີບໂຕໃໝ່; ສ້າງກຳລັງບົ່ມຊ້ອນພັດທະນາການບໍລິການ, ການຄ້າ, logistics ແລະ ຍົກສູງຄຸນນະພາບພື້ນທີ່ຕົວເມືອງ.
ກ່າວຄຳເຫັນທີ່ພິທີ, ທ່ານ ຫວູດ້າຍຖັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄຳເຫັນທີ່ພິທີ. ພາບ: Phương Linh
ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການພື້ນທີ່ທັງສອງຟາກເສັ້ນທາງຫຼວງ 1A ພ້ອມກັບການສ້ອມແປງ ແລະ ສ້າງຕົວເມືອງຄືນໃໝ່ - ຕອນແຕ່ເສັ້ນທາງອ້ອມຮອບຕົວເມືອງເລກ 1 ຮອດຈຸດຕັດກັນ ເກົ່າແຢ. ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ ຫວູດ້າຍຖັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ ທາງນະຄອນຕັ້ງຄວາມຫວັງວ່າ ໂຄງການນີ້ຈະກາຍເປັນກຳລັງໜູນທີ່ສຳຄັນຊຸກຍູ້ການພັດທະນາເຂດທິດໃຕ້ ຮ່າໂນ້ຍ; ສ້າງບັນດາຂົ້ວເຕີບໂຕໃໝ່; ສ້າງກຳລັງບົ່ມຊ້ອນພັດທະນາການບໍລິການ, ການຄ້າ, logistics ແລະ ຍົກສູງຄຸນນະພາບພື້ນທີ່ຕົວເມືອງ.
“ຄວາມເຫັນດີເຫັນພ້ອມຂອງປະຊາຊົນແມ່ນພື້ນຖານສຳຄັນທີ່ສຸດເພື່ອຜັນຂະຫຍາຍບັນດາໂຄງການພັດທະນາທີ່ມີຂອບຂະໜາດໃຫຍ່ໃຫ້ສຳເລັດ. ນະຄອນ ຮ່າໂນ້ຍ ຍາມໃດກໍກຳນົດວ່າ ທຸກແຜນນະໂຍບາຍ, ນະໂຍບາຍ ລ້ວນແຕ່ຕ້ອງຖືປະຊາຊົນເປັນໃຈກາງ; ຮັບປະກັນຄວາມກົມກ່ຽວລະຫວ່າງຜົນປະໂຫຍດຂອງລັດ, ວິສາຫະກິດ ແລະ ປະຊາຊົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມຮັບຜິດຊອບ, ຄວາມຄາດຫວັງພັດທະນານະຄອນຫຼວງ ແລະ ຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ໂຄງການນີ້ຈະໄດ້ຮັບການຜັນຂະຫຍາຍຢ່າງສະດວກ, ມີປະສິດທິຜົນ ແລະ ຖືກຕ້ອງຕາມຄວາມຄືບໜ້າ”.
(ແຫຼ່ງຄັດຈາກ VOV)