• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດ ເຂົ້າ​ສຸ​ສານໄຫ້​ວ​ອາ​ໄລ ປະ​ທານ​ໂຮ່​ຈີ​ມິນ

ຕໍ່​ໜ້າ​ວິນ​ຍານ​ຂອງ​ປະ​ທານ​ໂຮ່​ຈີ​ມິນ, ການ​ນຳ​ພັກ, ລັດໝັ້ນ​ໝາຍ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ປະ​ຕິ​ວັດ ໂດຍ​ປະ​ທານ​ໂຮ່​ຈີ​ມິນ ວາງ​ອອກ ແລະ ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດ.
  ຄະ​ນະ​ຜູ້​ແທນການ​ນຳ​ພັກ, ລັດ ຫວຽດ​ນາມ ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ນຳ​ໜ້າ ເຂົ້າ​ສຸ​ສານໄຫ້​ວ​ອາ​ໄລ ປະ​ທານ​ໂຮ່​ຈີ​ມິນ (ພາບ: VGP)  
ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ (19/5/1890 - 19/5/2026), ຕອນ​ເຊົ້າ​ວັນ​ທີ 19 ພຶດ​ສະ​ພາ, ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ໄດ້​ວາງ​ພວງ​ມາ​ລາ ເຂົ້າ​ສຸ​ສານ​ໄຫ້​ວ​ອາ​ໄລ ​ປະ​ທານ​ໂຮ​ຈີ​ມິນ ແລະ ຖະ​ຫວາຍ​ທູບ​ທຽນ, ອາ​ໄລ​ຫາບັນ​ດາ​ນັກຮົບ​​ວິ​ລະ​ຊົນ ​​ທີ່ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ອະ​ນຸ​ສາ​ວາ​ລີ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ຖະ​ໜົນ​ບັກ​ເຊີນ, ຮ່າ​ໂນ້ຍ). ເຂົ້າ​ຮ່ວມ​ພິ​ທີ​ໄຫ້​ວ​ອາ​ໄລ​ມີ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ; ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພ​າ​ແຫ່ງ​ຊາດ, ທ່ານ ເຈິ່ນ​ເກິມ​ຕູ້ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ… ແລະ ການ​ນຳ​ບັນ​ດາ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ, ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂັ້ນ​ສູນ​ກາງ. ຕໍ່​ໜ້າ​ວິນ​ຍານ​ຂອງ​ປະ​ທານ​ໂຮ່​ຈີ​ມິນ, ການ​ນຳ​ພັກ, ລັດໝັ້ນ​ໝາຍ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ປະ​ຕິ​ວັດ ໂດຍ​ປະ​ທານ​ໂຮ່​ຈີ​ມິນ ວາງ​ອອກ ແລະ ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດ. ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຢຶດ​ໝັ້ນ​ຕໍ່​ເປົ້າ​ໝາຍ​ເອ​ກະ​ລາດ​ຊົນ​ຊາດ ຕິດ​ພັນ​ກັບລັດ​ທິ​ສັງ​ຄົມ​ນິ​ຍົມ, ໝູນ​ໃຊ້ ແລະ ພັດ​ທະ​ນາ​ລັດ​ທິ Marx – Lenin, ແນວ​ຄິດ​ໂຮ່​ຈີ​ມິນຢ່າງ​ມີ​ປະ​ດິດ​ຄິດ​ສ້າງ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຊີ້​ນຳ​ນຳ​ພາ​, ກຳ​ລັງ​ແຮງ​ຕໍ່​ສູ້ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ປະ​ຕິ​ບັດ​ພາ​ລະ​ກິດ​​ປ່ຽນ​ແປງ​ໃໝ່​​ຮອບ​ດ້ານ ແລະ ຄົບ​ຊຸດຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ວັນ​ທີ 19 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັ​ນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ, ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ Rajnath Singth ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ.

Top