• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍ​ກິດ​ຈະ​ກຳທີ່​ມີ​ຄວາມ​ໝາຍ​ໄດ້​ຈັດ​ຂຶ້ນເພື່ອ​ສ​ະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ບັນ​ດາ​ການ​ເຄື່ອ​ນ​ໄຫວ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ(19/5/1890 - 19/5/2026 ) ໄດ້​ດຳ​ເນີນ​ຢູ່ຫຼາຍ​ທ້ອງ​ຖິ່ນ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.
  ງານບຸນ ລ່າງແຊນປີ 2026ຢູ່ສະໜາມກິລາ ລ່າງແຊນ, ຕາແສງ ກິມລຽນ, ແຂວງ ເງະອານ (ພາບ: baonghean.vn)  

ຕອນ​ຄ່ຳ​ວັນ​ທີ 18 ພຶດ​ສະ​ພາ, ຢູ່​ແຂວງ ກ໋າວ​ບັ່ງ, ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ ແລະ ສະຫຼອງ 85 ປີ​ແຫ່ງວັນ​ປະ​ທານ ໂຮ່​ຈີ​ມິນ​ກັບ​ເມືອ​ປະ​ເທດ, ຊີ້​ນຳ​ນຳ​ພາ​ການ​ປະ​ຕິ​ວັດ​ຫວຽດ​ນາມ ໂດຍ​ກົງ (5/6/1911-5/6/2026).

ກ່ອ​ໜ້າ​ນັ້ນ, ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ແຂວງ​ກ໋າວ​ບັ່ງ​ໄດ້​ປະ​ສານ​ສົມ​ທົບ​ກັບ​ສະ​ຖານ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ຈັດ​ຕັ້ງກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ "ກອງ​ປະ​ຊຸມ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ຊຸດ​ທີ I (5/1941):: ວິ​ໄສ​ທັດ​ຍຸດ​ທະ​ສາດ ຂອງ​ພັກ​ໃນ​ພາ​ລະ​ກິດ​​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ"

​ຕອນ​ຄ່ຳ​ວັນ​ທີ 18 ພຶດ​ສະ​ພາ, ຢູ່​ສະ​ໜາມ​ກິ​ລາ ລ່າງ​ແຊນ, ຕາ​ແສງ ກິມ​ລຽນ, ແຂວງ ເງະ​ອານ ໄດ້​ໄຂ​ງານ​ບຸນ ລ່າງ​ແຊນ​ປີ 2026, ງານ​ບຸນ​ມີຫຼາຍ​ກິດ​ຈະ​ກຳ​ພົ້ນ​ເດັ່ນ ແລະ ມີ​ຄວາມ​ໝາຍ.

​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ Bangladesh ໄດ້​ປະ​ສານ​ສົມ​ທົບ​ກັບ​ກຸ່ມ​ຄົ້ນ​ຄ້​ວາ ກ່ຽວ​ກັບ​ປະ​ທານ​ໂຮ່​ຈີ​ມິນ ​ຈັດ​​ການ​ໂອ້​ລົມ​ສົນ​ທະ​ນາ ດ້ວຍ​ຫົວ​ຂໍ້ “ແນວ​ຄິດ​ປະ​ທານ​ໂຮ່​ຈີ​ມິນ ກ່ຽວ​ກັບ​ຄວາມ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ໃນ​ພາ​ລະ​ກິດ​ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຫວຽດ​ນາມ”.

ຕອນ​ເຊົ້າ​ວັນ​ທີ 18 ພຶດ​ສະ​ພາ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢຸ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັ​ນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ ເພື່ອ​ຫວນ​ຄືນ​ຊີ​ວິດ ແລະ ພາ​ລະ​ກິດ​ອັນ​ສະ​ຫງ່າ​ຜ່າ​ເຜີຍ​ຂອງ​ປະ​ທານ​ໂຮ່​ຈີ​ມິນ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ວັນ​ທີ 19 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັ​ນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ, ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ Rajnath Singth ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ.

Top