ວັນທີ 18 ພຶດສະພາ, ຢູ່ທຳນຽບປະທານາທິບໍດີທີ່ Jerusalem, ທ່ານ ຫງວຽນກີ່ເຊີນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອັນ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ Isaac Herzog ປະທານາທິບໍດີ ອິດສະຣາແອັນ, ເລີ່ມປະຕິບັດໜ້າທີ່ການທູດຢູ່ ລັດ ອິດສະຣາແອັນ ຢ່າງເປັນທາງການ.
ທ່ານ ຫງວຽນກີ່ເຊີນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອັນ ຍື່ນສານຕາຕັ້ງຕໍ່ທ່ານ Isaac Herzog ປະທານາທິບໍດີ ອິດສະຣາແອັນ (ພາບ: TTXVN)
ທີ່ພິທີ, ທ່ານປະທານາທິບໍດີ Isaac Herzog, ເນັ້ນໜັກວ່າ ອິດສະຣາແອັນ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ; ຕີລາຄາ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະ ມີບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສ່ວນທ່ານ ເອກອັກຄະລັດຖະທູດ ຫງວຽນກີ່ເຊີນ ຢັ້ງຢືນວ່າ ຫວຽດນາມ ຖື ອິດສະຣາແອັນ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ, ພ້ອມທັງປາດຖະໜາຢາກສືບຕໍ່ຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມໃນທຸກຂົງເຂດ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ຈະມານະພະຍາຍາມເປັນຂົວຕໍ່ຊຸກຍູ້ການພົວພັນສອງຝ່າຍ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຄ້າ - ການລົງທຶນ, ກໍຄືເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ ອິດສະຣາແອັນ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.
ສອງຝ່າຍກໍແລກປ່ຽນແງ່ຫວັງຮ່ວມມືທາງດ້ານເສດຖະກິດ, ໃນນັ້ນ ໄດ້ເນັ້ນໜັກເຖິງເລື່ອງຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອັນ (VIFTA) ຢ່າງມີປະສິດທິຜົນ; ຊຸກຍູ້ 2 ບໍລິສັດການບິນ ອິດສະຣາແອັນ ນັ້ນແມ່ນ EL AL Airlines ແລະ Arkia Israeli Airlines ເປີດບັນດາສາຍການບິນໂດຍກົງມາຍັງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນຕື່ມອີກ. ທ່ານປະທານາທິບໍດີ Isaac Herzog ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ແລກປ່ຽນການຄ້າລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ຫຼາຍກວ່າອີກ.
(ແຫຼ່ງຄັດຈາກ VOV)