ຄວາມຄືບໜ້າໃນການປ່ອຍທຶນງົບປະມານແຫ່ງລັດ ໃນຂົງເຂດວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນຊັກຊ້າກວ່າຫຼາຍເມື່ອທຽບໃສ່ກັບການປ່ອຍທຶນໃນຂົງເຂດຕ່າງໆ ໃນຂະນະທີ່ນີ້ແມ່ນກຳລັງໜູນພັດທະນາໃໝ່ຂອງປະເທດຊາດ.
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP/Gia Huy)
ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ສຳນັກງານ ລັດຖະບານ, ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບດ້ານການເງິນ ແລະ ຍູ້ແຮງການປ່ອຍທຶນງົບປະມານແຫ່ງລັດ ປີ 2026 ໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຢັ້ງຢືນວ່າ ຄວາມຄືບໜ້າໃນການປ່ອຍທຶນງົບປະມານແຫ່ງລັດ ໃນຂົງເຂດວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນຊັກຊ້າກວ່າຫຼາຍເມື່ອທຽບໃສ່ກັບການປ່ອຍທຶນໃນຂົງເຂດຕ່າງໆ ໃນຂະນະທີ່ນີ້ແມ່ນກຳລັງໜູນພັດທະນາໃໝ່ຂອງປະເທດຊາດ.
ສະເໜີຫົວໜ້າບັນດາກະຊວງ, ຂະແໜງການ, ບັນດາສະຫາຍການນຳບັນດາທ້ອງຖິ່ນຕ້ອງກຳນົດຄວາມຮັບຜິດຊອບໃນການປ່ອຍທຶນດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ເຫັນເປັນດີຈີຕອນແຫ່ງຊາດ ແມ່ນໜ້າທີ່ການເມືອງຈຸດສຸມ, ຮີບດ່ວນໃນປີ 2026 ກໍ່ຄືໃນຊຸມປີຕໍ່ໄປເພື່ອໃຫ້ພວກເຮົາ ສຸມໃສ່ຜັນຂະຫຍາຍ ປະຕິບັດມະຕິເລກທີ 57 ຂອງກົມການເມືອງ.