• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊູກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - EU ໃນ​ຂົງ​ເຂດ​ຜະ​ລິດ​ຕະ​ພັນ​ກະ​ເສດ

ທ່ານ Janusz Wojciechowski ຂ້າຫຼວງໃຫຍ່ຮັບຜິດຊອບກະສິກຳຂອງສະຫະພາບເອີລົບ ຖືວ່າ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງສະຫະພາບເອີລົບ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພາຍຫຼັງສັນຍາການຄ້າເສລີ ລະຫວ່າງສະຫະພາບເອີລົບ - ຫວຽດນາມ (EVFTA) ມີຜົນສັກສິດແຕ່ປີ 2020.

ທ່ານ Janusz Wojciechowski ຂ້າຫຼວງໃຫຍ່ຮັບຜິດຊອບກະສິກຳຂອງສະຫະພາບເອີລົບ ຖືວ່າ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງສະຫະພາບເອີລົບ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພາຍຫຼັງສັນຍາການຄ້າເສລີ ລະຫວ່າງສະຫະພາບເອີລົບ - ຫວຽດນາມ (EVFTA) ມີຜົນສັກສິດແຕ່ປີ 2020. 

    

ທ່ານ ຟ້າມເຕິນກົງ ປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI)

(ພາບ: BNEWS-TTXVN)

ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ສົມທົບກັບຄະນະກຳມະການເອີລົບ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ ໄດ້ຈັດເວທີປາໄສວິສາຫະກິດຜະລິດຕະພັນກະເສດ ຫວຽດນາມ - ສະຫະພາບເອີລົບ (EU) ເພື່ອແນໃສ່ເຊື່ອມຕໍ່ວິສາຫະກິດລະຫວ່າງສອງຝ່າຍ.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຮັບຟັງຂໍ້ມູນກ່ຽວກັບບັນດາເນື້ອໃນຄື: ສະພາບການຕະຫຼາດ EU ແລະ ກາລະໂອກາດການຄ້າກ່ຽວກັບຜະລິດຕະພັນກະເສດ, ສືບຕໍ່ນຳຜະລິດຕະພັນກະເສດສຳຜັດກັບຕະຫຼາດຫວຽດນາມ… ທ່ານ ຟ້າມເຕິນກົງ ປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ເນັ້ນໜັກວ່າ:

        ຫວຽດນາມມີຄວາມຫວັງຢາກ ໃຫ້ສະຫະພາບເອີລົບ ຈະເພີ່ມທະວີການແບ່ງປັນຂໍ້ມູນ, ເສດຖະກິດ, ໜູນຊ່ວຍ ຫວຽດນາມ ກໍ່ສ້າງນະໂຍບາຍກ່ຽວກັບຮູບແບບພັດທະນາກະສິກຳ ຂຽວ, ທັນສະໄໝ, ຍືນຍົງ. ໜູນຊ່ວຍການເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ ຫວຽດນາມ ລວມມີການໜູນຊ່ວຍພັດທະນາພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ, ໜູນຊ່ວຍດ້ານເຕັກນິກ ຖ່າຍທອດເຕັກໂນໂລຢີ, ຊ່ວຍຫວຽດນາມ ສ້າງມາດຖານເຕັກນິກກະສິກຳໃກ້ກັບສາກົນ. ພິເສດແມ່ນໜູນຊ່ວຍຫວຽດນາມ ໃນການຮັບມື ແລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ຕໍ່ການເຄື່ອນໄຫວກະສິກຳ.

ສ່ວນທ່ານ Janusz Wojciechowski ຂ້າຫຼວງໃຫຍ່ຮັບຜິດຊອບກະສິກຳຂອງສະຫະພາບເອີລົບ ຖືວ່າ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງສະຫະພາບເອີລົບ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພາຍຫຼັງສັນຍາການຄ້າເສລີ ລະຫວ່າງສະຫະພາບເອີລົບ - ຫວຽດນາມ (EVFTA) ມີຜົນສັກສິດແຕ່ປີ 2020. ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານຈະປະກອບສ່ວນຂຸດຄົ້ນກາລະໂອກາດທາງການຄ້າໃໝ່ ແລະ ແນະນຳບັນດາມາດຖານທີ່ມີຄຸນນະພາບ ແລະ ຍືນຍົງຂອງຂະແໜງຜະລິດຜະລິດຕະພັນກະເສດ, ສະບຽງອາຫານຂອງ EU, ມຸ່ງໄປເຖິງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງກ່ວາຂອງຜູ້ບໍລິໂພກ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top