ຂ່າວສານ ຈີນ, ອາຊຽນເຫັນດີເປັນເອກະພາບຮ່ວມມື, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ 16/03/2023 ວັນທີ 14 ມີນາ, ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ແລະ ອາຊຽນ ໄດ້ເຫັນດີເປັນເອກະພາບປະຕິບັດບັນດາໂຄງການຮ່ວມມືໃນການເດີນເຮືອຢ່າງແທດຈິງ ແລະ ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: TTXVN) ຖະແຫຼງການດັ່ງກ່າວ ໂດຍທ່ານ ງວາງງວັນປິນ ຍົກອອກມາພາຍຫຼັງກອງປະຊຸມຄັ້ງທີ 38 ຂອງກຸມປະຕິບັດວຽກງານຮ່ວມ ອາຊຽນ - ຈີນກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ທີ່ໄດ້ດຳເນີນຢູ່ ປະເທດ ອິນໂດເນເຊຍ, ນັບແຕ່ວັນທີ 8 – 10 ມີນາທີ່ຜ່ານມາ. ໃນກອງປະຊຸມ, ຈີນ ແລະ ບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການປຶກສາຫາລືກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ສອງຝ່າຍໄດ້ມີການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາທັດສະນະໃນການປະຕິບັດ DOC ກໍ່ຄືການຮ່ວມມືໃນການເດີນເຮືອ, ເຫັນດີເປັນເອກະພາບຜັນຂະຫຍາຍຫຼາຍໂຄງການຮ່ວມມືທີ່ແທດຈິງໃນບັນດາຂົງເຂດຄື: ຄົ້ນຄ້ວາວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄົ້ນຫາ, ກູ້ໄພກູ້ຊີບຢູ່ທະເລ, ຍູ້ແຮງການໂອ້ລົມສົນທະນາ ແລະ ຕິດຕໍ່ພົວພັນ, ເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກ່ວາອີກ, ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. (ແຫຼ່ງຄັດຈາກ VOV)

ວັນທີ 14 ມີນາ, ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ແລະ ອາຊຽນ ໄດ້ເຫັນດີເປັນເອກະພາບປະຕິບັດບັນດາໂຄງການຮ່ວມມືໃນການເດີນເຮືອຢ່າງແທດຈິງ ແລະ ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: TTXVN) ຖະແຫຼງການດັ່ງກ່າວ ໂດຍທ່ານ ງວາງງວັນປິນ ຍົກອອກມາພາຍຫຼັງກອງປະຊຸມຄັ້ງທີ 38 ຂອງກຸມປະຕິບັດວຽກງານຮ່ວມ ອາຊຽນ - ຈີນກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ທີ່ໄດ້ດຳເນີນຢູ່ ປະເທດ ອິນໂດເນເຊຍ, ນັບແຕ່ວັນທີ 8 – 10 ມີນາທີ່ຜ່ານມາ. ໃນກອງປະຊຸມ, ຈີນ ແລະ ບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການປຶກສາຫາລືກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ສອງຝ່າຍໄດ້ມີການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາທັດສະນະໃນການປະຕິບັດ DOC ກໍ່ຄືການຮ່ວມມືໃນການເດີນເຮືອ, ເຫັນດີເປັນເອກະພາບຜັນຂະຫຍາຍຫຼາຍໂຄງການຮ່ວມມືທີ່ແທດຈິງໃນບັນດາຂົງເຂດຄື: ຄົ້ນຄ້ວາວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄົ້ນຫາ, ກູ້ໄພກູ້ຊີບຢູ່ທະເລ, ຍູ້ແຮງການໂອ້ລົມສົນທະນາ ແລະ ຕິດຕໍ່ພົວພັນ, ເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກ່ວາອີກ, ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.
ບັນດາບົດຕໍ່ໄປ ໄທລົງປະຊາມະຕິກ່ຽວກັບລັດຖະທຳມະນູນໃນວັນເລືອກຕັ້ງທົ່ວປະເທດ04/01/2026ຂ່າວສານການລົງປະຊາມະຕິກ່ຽວກັບລັດຖະທຳມະນູນຈະໄດ້ດຳເນີນກົງກັບວັນເລືອກຕັ້ງທົ່ວປະເທດໃນວັນທີ 8 ກຸມພາ ຢູ່ໄທ. ແຂວງກ໋ວາງນິງຕ້ອນຮັບແຂກທ່ອງທ່ຽວໃນໂອກາດວັນບຸນປະມານ 530.000 ເທື່ອຄົນ04/01/2026ຂ່າວສານຮວິ່ງແທັງເລິມ - ຊາວກະສິກອນ ດ້ວຍຄວາມຄາດຫວັງຍົກລະດັບຄຸນນະພາບໝາກຖົ່ວລຽນ ເຍິນອ໊າຍ04/01/2026ຂ່າວສານດຶງດູດເງິນລົງທຶນ FDI ຈາກ “ຈຳນວນ” ມາເປັນ “ຄຸນນະພາບ” ເພື່ອເພີ່ມມູນຄ່າພາຍໃນປະເທດ04/01/2026ຂ່າວສານດັກລັກ: ກຳລັງປ້ອງກັນອາກາດ - ກອງທັບອາກາດ ປະຕິບັດສຳເລັດໜ້າທີ່ໃນ ບັ້ນເຄື່ອນໄຫວ ກວາງຈຸງ ໄວກ່ວາກຳນົດ04/01/2026ຂ່າວສານນາຍົກລັດຖະມົນຕີ ຮຽກຮ້ອງຍູ້ແຮງຄວາມຄືບໜ້າບັນດາໂຄງການລົງທຶນກໍ່ສ້າງຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ03/01/2026ຂ່າວສານສິນໃນນ້ຳ ຫວຽດນາມ ມີການເຕີບໂຕລື່ນການຄາດຄະເນໃນປີ 202503/01/2026ຂ່າວສານ ອ່ານເພີ່ມ