• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຍົກ​ເລີກ​ກົນ​ໄກ​ບຸ​ລິ​ມະ​ສິດ​ພິ​ເສດ​ຢູ່ WTO

ວັນທີ 23 ກັນຍາ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ຢັ້ງຢືນວ່າ ປະເທດນີ້ຈະບໍ່ຊອກຫາບໍ່ວ່ານະໂຍບາຍບຸລິມະສິດພິເສດ ແລະ ແຕກຕ່າງໃດ ໃຫ້ແກ່ບັນດາປະເທດພວມພັດທະນາໃນການເຈລະຈາປັດຈຸບັນ ແລະ ອະນາຄົດຂອງອົງການການຄ້າໂລກ (WTO).
ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ (ພາບ: REUTERS/Shubing Wang)

ເມື່ອກ່າວຄຳເຫັນໃນກອງປະຊຸມຂັ້ນສູງກ່ຽວກັບຂໍ້ລິເລີ່ມພັດທະນາທົ່ວໂລກຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຄົບຮອບ 80 ປີ ຢູ່ ນິວຢອກ (ອາເມລິກາ), ທ່ານ ຫຼີຊຽນ ເນັ້ນໜັກວ່າ ຈີນ ມີການປະພຶດຄື “ປະເທດທີ່ພວມພັດທະນາໃຫຍ່ມີຄວາມຮັບຜິດຊອບ”.

        ຕາມຂໍ້ກຳນົດຂອງ WTO, ບັນດາປະເທດພວມພັດທະນາອາດຈະໄດ້ຊົມໃຊ້ບັນດາສິດຜົນປະໂຫຍດໃດໜຶ່ງ, ເຊັ່ນວ່າເວລາປະຕິບັດຄຳໝັ້ນສັນຍາຍາວກວ່າ ແລະ ບັນດາມາດຕະການໜູນຊ່ວຍເປີດກວ້າງໂອກາດການຄ້າ. ເຖິງຢ່າງໃດກໍຕາມ, ຫຼາຍປະເທດພັດທະນາ, ໃນນັ້ນ ມີ ອາເມລິກາ, ເຄີຍຖືວ່າ ຈີນ, ພື້ນຖານໃຫຍ່ອັນດັບທີ 2 ໃນໂລກ, ບໍ່ຄວນສືບຕໍ່ໄດ້ຈັດເຂົ້າກຸ່ມນີ້.

        ກໍໃນວັນດຽວກັນ, ໃນຖະແຫຼງການໜຶ່ງທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ, ທ່ານ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ WTO, ຖືນີ້ແມ່ນຂ່າວສານສຳຄັນ, ຫຼັກແຫຼ່ງສຳລັບວິວັດການປະຕິຮູບ WTO ພ້ອມທັງຖືວ່າ ຖະແຫຼງການຂອງ ຈີນ ແມ່ນຜົນງານແຫ່ງຄວາມມານະພະຍາຍາມໃນຫຼາຍປີ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top