• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມພິທີໄຂວາລະປະຊຸມສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80

ເຂົ້າຮ່ວມວາລະປະຊຸມມີປະມຸດລັດ, ຜູ້ນຳໜ້າລັດຖະບານ ແລະ ຜູ້ຕາງໜ້າຂັ້ນສູງຂອງຫຼາຍປະເທດສະມາຊິກ, ພ້ອມກັບການນຳບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນເກືອບ 150 ທ່ານ.
ທ່ານປະທານປະເທດ ເລືອງເກືອງ ເຂົ້າຮ່ວມວາລະປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 23 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ວາລະປະຊຸມສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80 ໄດ້ໄຂຂຶ້ນດ້ວຍຫົວຂໍ້ “ພ້ອມກັນດີກວ່າເກົ່າ: 80 ປີ ແລະ ຍິ່ງກວ່ານັ້ນອີກ ເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ”. ເຂົ້າຮ່ວມວາລະປະຊຸມມີປະມຸດລັດ, ຜູ້ນຳໜ້າລັດຖະບານ ແລະ ຜູ້ຕາງໜ້າຂັ້ນສູງຂອງຫຼາຍປະເທດສະມາຊິກ, ພ້ອມກັບການນຳບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນເກືອບ 150 ທ່ານ. ທ່ານປະທານປະເທດ ເລືອງເກືອງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ໃຫ້ຂໍ້ສັງເກດວ່າ ໂລກພວມມຸ່ງໄປເຖິງໂລກຫຼາຍຂົ້ວ ແລະ ຕ້ອງມີລະບົບຫຼາຍຝ່າຍທີ່ງມີປະສິດທິຜົນເພື່ອຫຼີກລ່ຽງບໍ່ໃຫ້ຄືກັບບົດຮຽນທີ່ພາໄປເຖິງສົງຄາມໂລກຄັ້ງທີ 1. ທ່ານເນັ້ນໜັກວ່າ, ສະຫະປະຊາຊາດ ແມ່ນເຂັມຊີ້ທິດດ້ານຄຸນສົມບັດ, ແມ່ນກຳລັງຮັກສາສັນຕິພາບ, ປົກປ້ອງກົດໝາຍສາກົນ, ຊຸກຍູ້ການພັດທະນາຢ່າງໄວແລະ ຍືນຍົງ, ຮັບປະກັນສິດທິມະນຸດ, ຫັນບັນດາລັດຖະນະໂຍບາຍທົ່ວໂລກໃຫ້ກາຍເປັນການກະທຳລະອຽດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານປະເທດ ເລືອງເກື່ອງ ຮຽກຮ້ອງໃຫ້ວິສາຫະກິດ ອາເມລິກາ ລົງທຶນມີຂອບຂະໜາດໃຫຍ່ກວ່າ, ເລິກເຊິ່ງກວ່າຢູ່ ຫວຽດນາມ

ທ່ານປະທານປະເທດ ເລືອງເກື່ອງ ຮຽກຮ້ອງໃຫ້ວິສາຫະກິດ ອາເມລິກາ ລົງທຶນມີຂອບຂະໜາດໃຫຍ່ກວ່າ, ເລິກເຊິ່ງກວ່າຢູ່ ຫວຽດນາມ

ຫວຽດນາມ ແມ່ນໜຶ່ງໃນຈຳນວນ 32 ພື້ນຖານເສດຖະກິດແຖວໜ້າ, ດ້ວຍວົງເງິນການຄ້ານອນໃນ top 20 ຂອງໂລກ

Top