![](https://imagevietnam.vnanet.vn/Upload/2020/5/27/270520201053299212bosungkhukinhtequangyen_gqlv.jpg)
ເສັ້ນທາງຄວາມໄວສູງ ຮະລອງ - ເວິນໂດນ (ພາບ: TTXVN)
ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍອະນຸມັດຜ່ານການຈັດເຂດເສດຖະກິດແຄມທະເລ ກວ໋າງອຽນ (ແຂວງກວ໋າງນິງ) ເຂົ້າໃນແຜນຜັງພັດທະນາບັນດາເຂດເສດຖະກິດແຄມທະເລຢູ່ຫວຽດນາມ ຮອດປີ 2020 ດ້ວຍຂອບຂະໜາດກວ້າງກວ່າ 13.300 ha.
ນາຍົກລັດຖະມົນຕີ ໄດ້ມອບໃຫ້ແຂວງກວ໋າງນິງ ປະຕິບັດການຈັດແບ່ງໄລຍະລົງທຶນໃຫ້ເໝາະສົມ, ເລືອກເຟັ້ນຂົງເຂດ ແລະ ນັກລົງທຶນ ເພື່ອດຶງດູດການລົງທຶນໃຫ້ສອດຄ່ອງກັບແຕ່ລະເຂດຂອງເຂດເສດຖະກິດ; ພັດທະນາໂຄງປະກອບພື້ນຖານໂຄງລ່າງຢູ່ພາຍໃນ ແລະ ພາຍນອກເຂດເສດຖະກິດໃຫ້ຄົບຊຸດ ເພື່ອຮ່ວມສໍາພັນລະຫວ່າງເຂດເສດຖະກິດກວ໋າງອຽນ ກັບບັນດາເຂດພັດທະນາເສດຖະກິດອື່ນໆ ແນໃສ່ກໍ່ສ້າງເຂດເສດຖະກິດຫຼັກແຫຼ່ງໃຫ້ແກ່ກວ໋າງນິງ ແລະ ເຂດເສດຖະກິດຈຸດສຸມຂອງພາກເໜືອ.
(ແຫຼ່ງຄັດຈາກ VOV)